ຂ່າວສານ

ສປປ ເກົາຫຼີ ປະກາດການຍິງທົດລອງລູກສອນໄຟນຳວິຖີຍຸດທະສາດ 2 ລູກສຳເລັດຜົນ

ລູກສອນໄຟ 2 ລູກນີ້ໄດ້ຍິງຖືກເປົ້າໝາຍຈຳລອງຢູ່ເຂດທະເລຕາເວັນອອກແຫຼມ ເກົາຫຼີ ຫຼັງຈາກທີ່ບິນໄດ້ 1.500 ກມ. ເຫດຍິງລູກສອນໄຟໄດ້ປະຕິບັດເພື່ອແນໃສ່ຢັ້ງຢືນຄວາມແມ່ນຍຳຂອງລະບົບອາວຸດ
  ພາບປະກອບ  

ຕາມສຳນັກຂ່າວສານສູນກາງ ສປປ ເກົາຫຼີ (KCNA) ແລ້ວ, ລູກສອນໄຟນຳວິຖີຍຸດທະສາດ 2 ລູກໄດ້ຖືກຍິງທົດລອງຢ່າງສຳເລັດຜົນຈາກກ່ຳປັ່ນດຳນ້ຳ 8.24 Yongun ຢູ່ນອກຝັ່ງທະເລ ນະຄອນແຄມທະເລ Sinpo, ທາງທິດຕາເວັນອອກ ສປປ ເກົາຫຼີ ໃນຕອນເຊົ້າວັນທີ 12 ມີນາ.

ລູກສອນໄຟ 2 ລູກນີ້ໄດ້ຍິງຖືກເປົ້າໝາຍຈຳລອງຢູ່ເຂດທະເລຕາເວັນອອກແຫຼມ ເກົາຫຼີ ຫຼັງຈາກທີ່ບິນໄດ້ 1.500 ກມ. ເຫດຍິງລູກສອນໄຟໄດ້ປະຕິບັດເພື່ອແນໃສ່ຢັ້ງຢືນຄວາມແມ່ນຍຳຂອງລະບົບອາວຸດ ແລະ ຕີລາຄາການເຄື່ອນໄຫວບຸກໂຈມຕີຢູ່ໃຕ້ດິນຂອງບັນດາກົມກອງກ່ຳປັ່ນດຳນ້ຳ, ເຊິ່ງເປັນໜຶ່ງໃນບັນດາກຳລັງນາບຂູ່ນິວເຄຼຍຕົ້ນຕໍຂອງ ສປປ ເກົາຫຼີ. ຄະນະພັກກອງທັບສູນກາງ ພັກແຮງງານ ສປປ ເກົາຫຼີ ມີຄວາມເພິ່ງພໍໃຈກ່ຽວກັບໝາກຜົນຂອງການຍິງທົດລອງລູກສອນໄຟດັ່ງກ່າວ.


top