ຂ່າວສານ

ສປປ ລາວ ຫາລືກະກຽມ ແລະ ດຳເນີນການເປັນ ປະທານອາຊຽນ ໃນປີ 2024

ການກະກຽມດ້ານທີ່ພັກ, ສະຖານທີ່ຈັດກອງປະຊຸມ, ຍານພາຫະນະ, ການກະກຽມບຸກຄະລາກອນ, ດ້ານງົບປະມານ, ດ້ານຄົມມະນາຄົມ, ດ້ານເນື້ອໃນ, ຂະແໜງການ ບູລິມະສິດ ພາຍໃຕ້ 3 ເສົາປະຊາຄົມອາຊຽນ.
  ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ (ພາບ:kpl.gov.la)  

ກອງປະຊຸມ ຄະນະກໍາມະການຊີ້ນໍາລະດັບຊາດເພື່ອສືບຕໍ່ກະກຽມ ແລະ ດໍາເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຈັດຂຶ້ນໃນວັນທີ 9 ກຸມພາ 2023 ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພະນັກງານທີ່ກ່ຽວຂ້ອງ ຈາກບັນດາກະຊວງ, ຂະແໜງການຕ່າງໆ ເຂົ້າຮ່ວມ.

ກອງປະຊຸມຄະນະກຳມະການ ຊີ້ນໍາລະດັບຊາດຄັ້ງນີ້, ໄດ້ທົບທວນຄືນຄວາມຄືບໜ້າ ຂອງການປະຕິບັດໜ້າວຽກ ຂອງບັນດາອະນຸກຳມະການ ເຊັ່ນ: ການກະກຽມດ້ານທີ່ພັກ, ສະຖານທີ່ຈັດກອງປະຊຸມ, ຍານພາຫະນະ, ການກະກຽມບຸກຄະລາກອນ, ດ້ານງົບປະມານ, ດ້ານຄົມມະນາຄົມ, ດ້ານເນື້ອໃນ, ຂະແໜງການ ບູລິມະສິດ ພາຍໃຕ້ 3 ເສົາປະຊາຄົມອາຊຽນ ສຳລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.

ເນື່ອງຈາກວ່າ ການຮັບໜ້າທີ່ປະທານອາຊຽນຂອງ ສປປ ລາວ ຍັບຈໍ້ເຂົ້າມາແລ້ວ, ກອງປະຊຸມຈຶ່ງໄດ້ເຫັນດີມອບໝາຍໃຫ້ 14 ອະນຸກຳມະການ ສຳລັບການເປັນປະທານ ອາຊຽນ ສືບຕໍ່ເຮັດວຽກ ແລະ ປະສານງານກັນ ເພື່ອກະກຽມຄວາມພ້ອມພາຍໃນຂອງ ສປປ ລາວ ໂດຍສະເພາະ ດ້ານສະຖານ ທີ່ຈັດກອງປະຊຸມ, ໂຮງແຮມ, ຮ້ານອາຫານ, ການປະດັບປະດາຕົວເມືອງ, ການສ້ອມແປງຖະໜົນຫົນທາງ, ການສື່ສານ, ການກະກຽມ ພະນັກງານ ຮັບໃຊ້ກອງປະຊຸມ ແລະ ຍານພາຫະນະ ເພື່ອຮອງຮັບແຂກ ກໍຄື ຄະນະຜູ້ແທນ ຈາກປະເທດ ສະມາຊິກອາຊຽນ, ຄູ່ຮ່ວມເຈລະຈາ ແລະ ອົງການຈັດຕັ້ງສາກົນອື່ນໆ ໃນປີ 2024.


top