ກ່າວຄຳເຫັນໃນວັນທີ 1 ເມສາ, ທ່ານ Antonio Guterres ເລຂາທິການໃຫ່ຍ ສປຊ ໄດ້ເອີ້ນ ໂລກລະບາດໂຄວິດ-19 ວ່າແມ່ນ “ວິກິດການໜັກໜ່ວງທີ່ສຸດ” ຊື່ງໂລກຕ້ອງປະເຊີນໜ້ານັບແຕ່ຫຼັງສົງຄາມໂລກຄັ້ງທີ 2.
ພາບປະກອບ
ທ່ານ Guterres ໄດ້ຮຽກຮ້ອງໃຫ້ປະຊາຄົມໂລກ ຈົ່ງຮັບມືຢ່າງຂ້ຽວຂາດກ່ວາອີກ ຕາມສະພາບການອັນຮີບດ່ວນຂອງໂລກລະບາດໂຄວິດ-19 ໃນປະຈຸບັນ ພ້ອມທັງກ່າວເຕືອນວ່າ ເສດຖະກິດທົ່ວໂລກພວມປະສົບກັບຄວາມສ່ຽງ. ໜຶ່ງໃນບັນດາການກະທົບທີ່ຮ້າຍແຮງທີ່ສຸດຂອງໂລກລະບາດໂຄວິດ-19 ແມ່ນອາດຈະເຮັດໃຫ້ບັນດາການປະທະກັນພວມເກີດຂຶ້ນໃນທົ່ວໂລກໜັກໜ່ວງກ່ວາອີກ.
(ແຫຼ່ງຄັດຈາກ VOV)