ຂ່າວສານ

ສປຊ ຮຽກຮ້ອງໃຫ້ຢຸດຕິການປະທະກັນຢູ່ Mariupol (ຢູແກຼນ) ເພື່ອຍົກຍ້າຍປະຊາຊົນອອກຈາກເຂດສູ້ຮົບ

ທ່ານ Amin Awad ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງໃຊ້ກາລະໂອກາດໃນໂອກາດວັນ Orthodox Easter ກົງກັບວັນທີ 24 ເມສາ ເຊິ່ງ ປະຊາຊົນ ຢູ່ຢູແກຼນ ແລະ ລັດເຊຍລ້ວນແຕ່ສະເຫຼີມສະຫຼອງ, ເພື່ອຢຸດຕິການເຄື່ອນໄຫວປະທະກັນ.
  ພາບປະກອບ: AFP/TTXVN  

 ວັນທີ 24 ເມສາ, ທ່ານ Amin Awad ຜູ້ປະສານງານຮັບຜິດຊອບສະພາບການຢູແກຼນ ຂອງ ສປຊ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງຢຸດຕິການປະທະກັນຢູ່ນະຄອນ Mariupol, ປະເທດ ຢູແກຼນ ຢ່າງທັນທີ ເພື່ອອະນຸຍາດໃຫ້ປະຕິບັດການຍົກຍ້າຍສາມັນຊົນຢູ່ນະຄອນ ອອກຈາກເຂດສູ້ຮົບ. ທ່ານ Amin Awad ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງໃຊ້ກາລະໂອກາດໃນໂອກາດວັນ Orthodox Easter ກົງກັບວັນທີ 24 ເມສາ ເຊິ່ງ ປະຊາຊົນ ຢູ່ຢູແກຼນ ແລະ ລັດເຊຍລ້ວນແຕ່ສະເຫຼີມສະຫຼອງ, ເພື່ອຢຸດຕິການເຄື່ອນໄຫວປະທະກັນ.

ຕາມ ສປຊ, ມີປະຊາຊົນປະມານ 100.000 ຄົນພວມຕິດຄ້າງຢູ່ ນະຄອນ Mariupol.


top