ຂ່າວສານ

ສປຊ ຮຽກຮ້ອງການເຄື່ອນໄຫວຮີບດ່ວນເນື່ອງໃນໂອກາດວັນສາກົນລົບລ້າງຄວາມທຸກຍາກ

ບໍ່ພຽງແຕ່ເທົ່ານັ້ນ, ວິກິດການດ້ານອາກາດ ແລະ ການປະທະກັນໄດ້ກໍ່ໃຫ້ເກີດຄວາມເສຍຫາຍຫຼາຍຢ່າງ, ໃນນັ້ນ, ບັນດາຜູ້ທຸກຍາກທີ່ສຸດພວມຖືກຜົນສະທ້ອນຢ່າງໜັກໜ່ວງ.

ບໍ່ພຽງແຕ່ເທົ່ານັ້ນ, ວິກິດການດ້ານອາກາດ ແລະ ການປະທະກັນໄດ້ກໍ່ໃຫ້ເກີດຄວາມເສຍຫາຍຫຼາຍຢ່າງ, ໃນນັ້ນ, ບັນດາຜູ້ທຸກຍາກທີ່ສຸດພວມຖືກຜົນສະທ້ອນຢ່າງໜັກໜ່ວງ. 

    

ທ່ານ ເລຂາທິການໃຫຍ່ ສປຊ Antonio Guterres

ໃນສານເນື່ອງໃນໂອກາດວັນສາກົນລົບລ້າງຄວາມທຸກຍາກ (17 ຕຸລາ), ທ່ານ ເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງຕ້ອງມານະພະຍາຍາມເຮັດໃຫ້ຄຳໝັ້ນສັນຍາເພື່ອໂລກທີ່ສວຍງາມສຳລັບທຸກໆຄົນມີຄວາມໃໝ່ກ່ວາອີກ. ທ່ານເລຂາທິການໃຫຍ່ເນັ້ນໜັກວ່າຫົວຂໍ້ຂອງປີນີ້ແມ່ນ “ກຽດສັກສີທີ່ແທ້ຈິງໃຫ້ແກ່ທຸກຄົນ” ຕ້ອງແມ່ນ “ຄຳຮຽກຮ້ອງ” ການເຄື່ອນໄຫວທົ່ວໂລກຢ່າງຮີບດ່ວນໃນສະພາບການຂາດຄວາມສະເໝີພາບພວມເພີ່ມຂຶ້ນ, ບັນດາພື້ນຖານເສດຖະກິດແຫ່ງຊາດ ແລະ ຄອບຄົວຖືກຜົນສະທ້ອນຍ້ອນບໍ່ມີວຽກເຮັດງານທຳ, ລາຄາສະບຽງອາຫານ ແລະ ພະລັງງານເພີ່ມຂຶ້ນຫຼາຍ ພ້ອມກັບໄພຊຸດໂຊມທົ່ວໂລກ. ບໍ່ພຽງແຕ່ເທົ່ານັ້ນ, ວິກິດການດ້ານອາກາດ ແລະ ການປະທະກັນໄດ້ກໍ່ໃຫ້ເກີດຄວາມເສຍຫາຍຫຼາຍຢ່າງ, ໃນນັ້ນ, ບັນດາຜູ້ທຸກຍາກທີ່ສຸດພວມຖືກຜົນສະທ້ອນຢ່າງໜັກໜ່ວງ.  ໃນຂະນະນັ້ນ, ບັນດາເປົ້າໝາຍພັດທະນາແບບຍືນຍົງພວມນັບມື້ນັບຍາກທີ່ຈະບັນລຸໄດ້ກ່ວາ. ທ່ານເລຂາທິການໃຫຍ່ ສປຊ ຮຽກຮ້ອງຕ້ອງເຄື່ອນໄຫວລົງທຶນໃຫ້ແກ່ບັນດາມາດຕະການຖືມະນຸດເປັນໃຈກາງ, ໜູນຊ່ວຍບັນດາປະເທດພວມພັດທະນາໃນວິວັດການຫັນປ່ຽນຈາກການນຳໃຊ້ເຊື້ອໄຟຟອດຊິວໄປເປັນພະລັງງານຜະລິດຄືນໃໝ່ ແລະ ບັນດາພື້ນຖານເສດຖະກິດສີຂຽວ ສ້າງວຽກເຮັດງານທຳ.

ແຫຼ່ງຄັດຈາກ VOV


top