ຂ່າວສານ

ສປຊ ປະກາດຈຸດສຸມຂອງກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 77 ຈະມາເຖິງ

ທີ່ສັບປະດາຂັ້ນສູງຂອງກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 77, ຈຸດພົ້ນເດັ່ນສຳຄັນຂອງເຫດການ, ຈະຈັດຂຶ້ນໃນວັນທີ 20 ກັນຍາ, ດ້ວຍການເຂົ້າຮ່ວມຂອງປະມຸກລັດ ແລະ ການນຳຈາກບັນດາປະເທດໃນໂລກນັບຮ້ອຍທ່ານ.
  ກອງປະຊຸມຂອງສະມັດຊາໃຫຍ່ ສປຊ (ພາບ:TTXVN)  

ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 77, ເຫດການປະຈຳປີໃຫຍ່ສຸດຂອງອົງການ ສປຊ, ຈະໄຂຂຶ້ນຢ່າງເປັນທາງການໃນວັນທີ 12 ກັນຍາ. ທີ່ເຫດການຈະມາເຖິງ, ທ່ານ Csaba Korosi (ຊາວ ຮຸງກາຣີ), ປະທານສະມັດຊາໃຫຍ່ຄົນໃໝ່ ຈະດຳລົງຕຳແໜ່ງແທນໃຫ້ທ່ານ Abdulla Shahid (ຊາວ Maldver), ປະທານສະມັດຊາໃຫຍ່ຊຸດທີ 76.

ທີ່ສັບປະດາຂັ້ນສູງຂອງກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 77, ຈຸດພົ້ນເດັ່ນສຳຄັນຂອງເຫດການ, ຈະຈັດຂຶ້ນໃນວັນທີ 20 ກັນຍາ, ດ້ວຍການເຂົ້າຮ່ວມຂອງປະມຸກລັດ ແລະ ການນຳຈາກບັນດາປະເທດໃນໂລກນັບຮ້ອຍທ່ານ. ນອກຈາກສັບປະດາຂັ້ນສູງແລ້ວ, 3 ກອງປະຊຸມສຳຄັນຖືກຈັດຕັ້ງໃນກອງປະຊຸມສະມັດຊາໃຫຍ່ຊຸດທີ 77 ປີນີ້ຈະສຸມໃສ່ບັນດາຂົງເຂດຄື: ການສຶກສາ, ບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ສິດຂອງຊາວເຜົ່າສ່ວນໜ້ອຍ.       

ພິເສດ, ກອງປະຊຸມສະມັດຊາໃຫຍ່ຊຸດທີ 77 ປີນີ້ຈະມີສັບປະດາບັນດາເປົ້າໝາຍທົ່ວໂລກ ເຊິ່ງໄດ້ຈັດຂຶ້ນດ້ວຍຮູບແບບທາງໄກ ແລະ ເຊິ່ງໜ້າ, ແຕ່ວັນທີ 16 – 25 ກັນຍາ, ເພື່ອແນໃສ່ຈຸດປະສົງຊຸກຍູ້ບັນດາເປົ້າໝາຍລວມຂອງໂລກ.


top