ຂ່າວສານ

ສປຊ ຕີລາຄາສູງການເຂົ້າຮ່ວມຢ່າງຕັ້ງໜ້າຂອງ ຫວຽດນາມ ໃນຂົງເຂດປົກປັກຮັກສາສັນຕິພາບ

      ວັນທີ 25 ມິຖຸນາ, ກົມໜູນຊ່ວຍພື້ນທີ່ຕົວຈິງສະຫະປະຊາຊາດໄດ້ປະກາດໝາກຜົນແຫ່ງການກວດກາສຳຫລວດສະຖານທີ່ຝຶກຊ້ອມຮັກສາສັນຕິພາບຂອງສະຫະປະຊາຊາດຢູ່ບັນດາປະເທດ ອາຊຽນ.

ສປຊ ຕີລາຄາສູງການເຂົ້າຮ່ວມຢ່າງຕັ້ງໜ້າຂອງ ຫວຽດນາມ ໃນຂົງເຂດປົກປັກຮັກສາສັນຕິພາບ (ພາບ: TTXVN)
      ຕາມນັ້ນແລ້ວ ຫວຽດນາມ ພ້ອມດ້ວຍ ກຳປູເຈຍ, ອິນໂດເນເຊຍ, ໄທ ໄດ້ຮັບການຄັດເລືອກເປັນສະຖານທີ່ພັດປ່ຽນກັນຝຶກຊ້ອມການຮັກສາສັນຕິພາບສາກົນ.  ຕາມແຜນການແລ້ວ, ຊຸດຝຶກຊ້ອມທຳອິດຈະໄດ້ຈັດຕັ້ງຢູ່ ຫວຽດນາມ ໃນທ້າຍປີ 2018. ເມື່ອແລກປ່ຽນກັບນັກຂ່າວໃນວັນທີ 27 ມິຖຸນາ, ພັນເອກພິເສດ ຫງວຽນເວິນຫາຍ ທູດການທະຫານ - ທີ່ປຶກສາດ້ານການທະຫານຄະນະປະຕິບັດງານ ຫວຽດນາມ ປະຈຳສະຫະປະຊາຊາດ ໃຫ້ຮູ້ວ່າ: ເລື່ອງ ສະຫະປະຊາຊາດ ເລືອກເອົາ ຫວຽດນາມ ເປັນສະຖານທີ່ຝຶກຊ້ອມການຮັກສາສັນຕິພາບທຳອິດໃນຈຳນວນບັນດາປະເທດ ອາຊຽນ  ໄດ້ສະແດງໃຫ້ເຫັນການຕີລາຄາສູງຂອງສະຫະປະຊາຊາດຕໍ່ເລື່ອງເປັນເຈົ້າການ, ຕັ້ງໜ້າເຂົ້າໃນ ແລະ ຄວາມສາມາດໃນການປະກອບສ່ວນຂອງ ຫວຽດນາມ ໃນຂົງເຂດຮັກສາສັນຕິພາບຂອງສະຫະປະຊາຊາດ.
 (ແຫຼ່ງຄັດຈາກ VOV)


top