ຂ່າວສານ

ສປຊ ຕີລາຄາສູງການເຂົ້າຮ່ວມທີ່ຕັ້ງໜ້າ ແລະ ມີປະສິດທິຜົນຂອງ ຫວຽດນາມ ໃນການຮັກສາສັນຕິພາບ

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ເນັ້ນໜັກວ່າ: ການຊຸກຍູ້ການຮ່ວມມືກັບ ສປຊ, ໃນນັ້ນມີການເພີ່ມທະວີການເຂົ້າຮ່ວມຮັກສາສັນຕິພາບ, ແມ່ນໜຶ່ງໃນບັນດາບຸລິມະສິດການພົວພັນຕ່າງປະເທດໃນປະຈຸບັນຂອງ ຫວຽດນາມ. ຫວຽດນາມ ຈະສືບຕໍ່ສະໜັບສະໜູນບັນດາເປົ້າໝາຍ
  ທ່ານ Jean-Pirre Lacroix, ຮອງເລຂາທິການໃຫຍ່ ສປຊ (ພາບ:AFP/TTXVN)  

ວັນທີ 16 ມັງກອນ, ທີ່ສຳນັກງານ ສປຊ ຢູ່ນິວຢອກ, ປະເທດ ອາເມລິກາ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ພົບປະກັບທ່ານ Jean-Pirre Lacroix, ຮອງເລຂາທິການໃຫຍ່ ສປຊ ເພື່ອສືບຕໍ່ແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ສປຊ ໃນບັນດາການເຄື່ອນໄຫວສັນຕິພາບ, ພິເສດ, ພາຍຫຼັງທີ່ທ່ານຮອງເລຂາທິການໃຫຍ່ Lacroix ມີການຢ້ຽມ ຫວຽດນາມ ໃນປີ 2022.

ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ເນັ້ນໜັກວ່າ: ການຊຸກຍູ້ການຮ່ວມມືກັບ ສປຊ, ໃນນັ້ນມີການເພີ່ມທະວີການເຂົ້າຮ່ວມຮັກສາສັນຕິພາບ, ແມ່ນໜຶ່ງໃນບັນດາບຸລິມະສິດການພົວພັນຕ່າງປະເທດໃນປະຈຸບັນຂອງ ຫວຽດນາມ. ຫວຽດນາມ ຈະສືບຕໍ່ສະໜັບສະໜູນບັນດາເປົ້າໝາຍ, ໂຄງການຂອງ ສປຊ ໃນຄວາມອາດສາມາດເຂົ້າຮ່ວມຂອງຕົນໃຫ້ດີທີ່ສຸດ. ຫວຽດນາມ ຈະສືບຕໍ່ສະໜັບສະໜູນ ແລະ ຮຽກຮ້ອງບັນດາປະເທດສະໜັບສະໜູນ ສປຊ ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃນການເຄື່ອນໄຫວຮັກສາ ສັນຕິພາບ.

ທ່ານເອກອັກຄະລັດຖະທູດ ຫວຽດນາມ ສະເໜີໃຫ້ທ່ານ ຮອງເລຂາທິການໃຫຍ່ ສປຊ Lacroix ແລະ ບັນດາອົງການທີ່ກ່ຽວຂ້ອງຂອງ ສປຊ ສືບຕໍ່ໜູນຊ່ວຍ ຫວຽດນາມ ສ້າງກຳລັງຄວາມສາມາດ, ພິເສດແມ່ນດ້ານຝຶກອົບຮົມໃຫ້ບັນດາກຳລັງການທະຫານ ແລະ ຕຳຫຼວດຮັກສາ ສັນຕິພາບ, ຊ່ວຍ ຫວຽດນາມ ຕອບສະໜອງບັນດາຄຳຮຽກຮ້ອງ ແລະ ຄວາມຕ້ອງການຂອງ ສປຊ ໃນການຜັນຂະຫຍາຍການເຄື່ອນໄຫວຮັກສາສັນຕິພາບ.


top