ຂ່າວສານ

ສປຊ ຕີລາຄາສູງ ນະໂຍບາຍ ແລະ ຜົນສຳເລັດຂອງ ຫວຽດນາມ ໃນການປົກປ້ອງ, ເບິ່ງແຍງດູແລເດັກ

ເພື່ອຮັບຟັງການລາຍງານກ່ຽວກັບໝາກຜົນຂອງການຢ້ຽມຢາມ ຫວຽດນາມ ຫວ່າງແລ້ວນີ້ຂອງທ່ານນາງ, ພ້ອມນັ້ນ ກໍ່ໄດ້ແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ.
  ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ແລະ ທ່ານນາງ Najat Maalla M’Jid, ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ ສປຊ (ພາບ:baoquocte.vn)  

ວັນທີ 16 ມັງກອນ, ຢູ່ ນິວຢອກ, ປະເທດ ອາເມລິກາ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເຮັດວຽກກັບທ່ານນາງ Najat Maalla M’Jid, ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ ສປຊ ກ່ຽວກັບການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງສຳລັບເດັກ, ເພື່ອຮັບຟັງການລາຍງານກ່ຽວກັບໝາກຜົນຂອງການຢ້ຽມຢາມ ຫວຽດນາມ ຫວ່າງແລ້ວນີ້ຂອງທ່ານນາງ, ພ້ອມນັ້ນ ກໍ່ໄດ້ແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ.

ທ່ານນາງ Najat Maalla M’Jid ສະແດງຄວາມເພິ່ງພໍໃຈກ່ຽວກັບໝາກຜົນຕັ້ງໜ້າຂອງການຢ້ຽມຢາມ, ຕີລາຄາສູງນະໂຍບາຍ, ກົດໝາຍ, ຄວາມມານະພະຍາຍາມ ແລະ ຜົນສຳເລັດຂອງ ຫວຽດນາມ ໃນການພັດທະນາເສດຖະກິດ - ສັງຄົມ, ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ປົກປ້ອງ ແລະ ເບິ່ງແຍງດູແລເດັກນ້ອຍ, ພິເສດແມ່ນເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ. ທ່ານນາງ Najat Maalla M’Jid ຢັ້ງຢືນວ່າ ຈະສືບຕໍ່ເອົາໃຈໃສ່, ໜູນຊ່ວຍກ່ຽວກັບການໃຫ້ຄຳປຶກສານະໂຍບາຍ, ສ້າງກົດໝາຍ, ລະບອບລະບຽບການໃຫ້ສົມບູນແບບ, ກໍ່ຄືການລະດົມແຫຼ່ງທຶນຈາກພາຍນອກເພື່ອໃຫ້ ຫວຽດນາມ ອາດສາມາດນຳມາເຊິ່ງການດຳລົງຊີວິດ ແລະ ອະນາຄົດທີ່ດີງາມກ່ວາໃຫ້ແກ່ເດັກນ້ອຍ, ພິເສດແມ່ນເດັກນ້ອຍເຂດຊົນເຜົ່າສ່ວນໜ້ອຍ, ເຂດຫ່າງໄກສອກຫຼີກ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ.


top