ຂ່າວສານ

ສປຊ ຕີລາຄາສະພາບການຢູ່ ຊູດານ ແມ່ນ “ໄພພິບັດ”

ຕາມການຕີລາຄາຂອງ ສປຊ ແລ້ວ, ຂອບຂະໜາດ ແລະ ລະດັບຄວາມໄວຂອງບັນດາເຫດການພວມເກີດຂຶ້ນຢູ່ ຊູດານ ແມ່ນບໍ່ເຄີຍມີມາກ່ອນ...
  ປະຊາຊົນ ຊູດານ ອົບພະຍົບ ໄປຍັງປະເທດບ້ານໃກ້ເຮືອນຄຽງ Chad  

ວັນທີ 2 ພຶດສະພາ, ທ່ານ Martin Griffiths, ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບບັນຫາມະນຸດສະທຳ ໄດ້ໄປຍັງ ຊູດານ ໃນສະພາບວິກິດການມະນຸດສະທຳຢູ່ປະເທດນີ້ພວມຊົ່ວຮ້າຍລົງຢ່າງວ່ອງໄວ. ກ່ອນໜ້ານັ້ນ, ທ່ານ ເລຂາທິການໃຫຍ່ ສປຊ Antonio Guterres ໄດ້ແຕ່ງຕັ້ງທ່ານ Martin Griffiths ໄປຍັງປະເທດ ອາບຟຣີກາ ຕາເວັນອອກສ່ຽງເໜືອນີ້ ເພື່ອແນໃສ່ຊອກຫາວິທີກູ້ໄພກູ້ຊີບໃນທັນທີໃຫ້ແກ່ປະຊາຊົນນັບລ້ານຄົນທີ່ຖືກຜົນກະທົບຈາກການປະທະກັນພວມເກີດຂຶ້ນຢູ່ປະເທດນີ້. ຕາມການຕີລາຄາຂອງ ສປຊ ແລ້ວ, ຂອບຂະໜາດ ແລະ ລະດັບຄວາມໄວຂອງບັນດາເຫດການພວມເກີດຂຶ້ນຢູ່ ຊູດານ ແມ່ນບໍ່ເຄີຍມີມາກ່ອນ, ໄດ້ຮັບຖືວ່າ ແມ່ນໄພພິບັດ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບລ້ານຄົນຖືກຕ່າວປິ້ນ.

        ສະພາບການຢູ່ຊູດານ ປິນຂັ້ນໄດ ໃນສະພາບຄວາມບໍ່ລົງລອຍກັນລະຫວ່າງກຳລັງກອງທັບລັດຖະບານ ຊູດານ ແລະ ກຸ່ມລູກຮື້ຂຶ້ນ RSF. ຮອດໄລຍະປະຈຸບັນ, ຢ່າງໜ້ອຍສຸດມີ 528 ຄົນເສຍຊີວິດ ແລະ ອີກປະມານ 4.600 ຄົນຖືກຮັບບາດເຈັບ, ແຕ່ຕົວເລກນີ້ຍັງບໍ່ທັນແມ່ນຕົວເລກສຸດທ້າຍເທື່ອ.

 


top