ເພື່ອນມິດ ກັບ ຫວຽດນາມ

ສຈ ປອ. Thomas Lymenstull ສ້າງແຮງບັນດານໃຈ ປີອາໂນ ໃຫ້ນັກຮຽນ ຫວຽດນາມ

ສຈ ປອ. Thomas Lymenstull ຢູ່ ສະຖາບັນ ສິລະປະ Interlochen (ສ ອາເມລິກາ) ບໍ່ພຽງແຕ່ເປັນນັກ ປີອາໂນ ທີ່ມີ ຊື່ສຽງລະດັບໂລກເທົ່ານັ້ນ, ແຕ່ເພິ່ນຍັງເປັນອາຈານສອນ ທີ່ເກັ່ງ ແລະ ມີນໍ້າໃຈ ເມດຕາຈິດອີກດ້ວຍ. ໂດຍສະເພາະ, ໃນຊຸມປີມໍ່ໆມານີ້ ສຈ ປອ. Thomas Lymenstull ໄດ້​ຝຶກ​ອົບ​ຮົມ​ນັກ​ຮຽນ ​ຫວຽດ​ນາມ ຮຽນ ປີອາໂນ ​ຫຼາຍ​ຄົນ​ ແລະ ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສາ​ມາດ​ໃນ​ການ​ຫຼິ້ນ ປີອາໂນ ແລະ ກາຍ​ເປັນ​ນັກ​ ສິ​ລະ​ປິນ​ ຕົວ​ຈິງ​ຢູ່​ ເທິງ​ເວ​ທີ.

ສຈ ປອ. Thomas Lymenstull (ສະຖາບັນສິລະປະ Interlochen (USA) ມາ ຫວຽດນາມ ເພື່ອທົດສອບທັກສະ piano ຂອງນັກຮຽນ. ພາບ: ຫວຽດເກື່ອງ/VNP

ສຈ ປອ. Thomas Lymenstull ຢູ່ ສະຖາບັນ ສິລະປະ Interlochen (ສ ອາເມລິກາ) ບໍ່ພຽງແຕ່ເປັນນັກ ປີອາໂນ ທີ່ມີ ຊື່ສຽງລະດັບໂລກເທົ່ານັ້ນ, ແຕ່ເພິ່ນຍັງເປັນອາຈານສອນ ທີ່ເກັ່ງ ແລະ ມີນໍ້າໃຈ ເມດຕາຈິດອີກດ້ວຍ. ໂດຍສະເພາະ, ໃນຊຸມປີມໍ່ໆມານີ້ ສຈ ປອ. Thomas Lymenstull ໄດ້​ຝຶກ​ອົບ​ຮົມ​ນັກ​ຮຽນ ​ຫວຽດ​ນາມ ຮຽນ ປີອາໂນ ​ຫຼາຍ​ຄົນ​ ແລະ ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສາ​ມາດ​ໃນ​ການ​ຫຼິ້ນ ປີອາໂນ ແລະ ກາຍ​ເປັນ​ນັກ​ ສິ​ລະ​ປິນ​ ຕົວ​ຈິງ​ຢູ່​ ເທິງ​ເວ​ທີ.

ໃນຖານະເປັນຄູສອນ ທີ່ອຸທິດຕົນ, ສຈ ປອ. Thomas Lymenstull ໄດ້ສ້າງ ສະຕູດີໂອ ໜຶ່ງຂຶ້ນສຳລັບໃຫ້ນັກຮຽນ ປີອາໂນ ໄວໜຸ່ມທີ່ໂດດເດັ່ນ ຈາກທົ່ວໂລກ ຢູ່ສະຖາບັນ ສິລະປະ Interlochen. ນັກສຶກສາ ຂອງ ສຈ ປອ. Thomas Lymenstull ໄດ້​ຮັບຫຼາຍ​ລາງວັນ​ລະດັບ​ຊາດ ​ແລະ​ ສາກົນ​ ຢູ່​ ​ສ ອາເມລິກາ ແລະ ​ສປ ຈີນ ​ແລະ​ ໄດ້​ໄປ​ສຶກສາ​ຕໍ່​ຢູ່ Curtis, Juilliard, Eastman, Peabody, Oberlin, Rice, Northwestern, ​ພ້ອມກັບ ບັນດາ​ສະຖາບັນ ດົນຕີ​ ແລະ​ ມະຫາວິທະຍາ​ໄລ​ອື່ນໆ​ ໃນ ສ ອາເມ ລິກາ ແລະ ​ຕ່າງປະ​ເທດ.

ໃນປີ 2022, ສຈ ປອ. Thomas Lymenstull ມາ ຫວຽດນາມ ສົມ ທົບກັບສະຖາບັນດົນຕີແຫ່ງຊາດ ເພື່ອຄົ້ນຫາ ນັກສຶກສາ ຫວຽດ ນາມ ທີ່ມີພອນສະຫວັນດ້ານດົນຕີ. ໃນລະຫວ່າງຢູ່ ຫວຽດນາມ, ສຈ ປອ. Thomas Lymenstull ໄດ້ເຂົ້າຮ່ວມ ຫຼາຍລາຍການ ທົດສອບ ຄວາມສາມາດ ຂອງ ນັກຮຽນ ໂດຍການໃຫ້ພວກເຂົາຫຼິ້ນ ປີອາໂນ, ເພິ່ນເປັນຜູ້ໃຫ້ຄະແນນ, ແກ້ໄຂ ຂໍ້ຜິດພາດຂອງນັກຮຽນແຕ່ລະຄົນ ໂດຍກົງ ແລະ ຫຼິ້ນ ປີອາໂນ ກັບພວກເຂົາ.



ຄຽງ​ຂ້າງ​ການ​ຮ່ວມ​ມື​ກັບ​ສະ​ຖາ​ບັນ​ດົນ​ຕີ​ແຫ່ງ​ຊາດ ​ຫວຽດ​ນາມ, ສຈ ປອ. Thomas Lymenstull ຍັງມີ​ຫຼາຍ​ໂຄງການ​ຮ່ວມ​ມື​ກັບ​ບັນ ດາ​ ສູນ​ດົນຕີ​ ຫວຽດນາມ ​ເຊັ່ນ: Harmony, ຫວຽດເທືອງ  Music, ບັນດາມະຫາວິທະຍາໄລ ຄື ຄະນະສິລະປະ ມະຫາວິທະຍາ​ໄລ ວັນຫຽ໋ນ... ເພິ່ນໄດ້ເຂົ້າຮ່ວມບັນດາເຫດການ ຂອງ Artist in Residence ທີ່ສູນ SMPAA ເພື່ອຊ່ວຍໃຫ້ນັກຮຽນໄດ້ຮຽນ ປີອາໂນ ແລະ ແລກປ່ຽນ ປະສົບການ, ແບ່ງປັນ ກ່ຽວກັບດົນຕີສາກົນ. ສຈ ປອ. Thomas Lymenstull ຍັງເປັນ​ຜູ້​ສອນ​ວິຊາ Piano Masterclass ​ໂດຍ​ກົງ ​ເພື່ອ​ສອນ​ນັກຮຽນ ຫວຽດນາມ ​ໃຫ້​ຮູ້​ເຖິງ​ຄວາມ​ສຳຄັນ​ຂອງ​ ການ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເລິກ​ເຊິ່ງ​ໃນ​ການ​ສະ​ແດງ​ສິລະ​ປະ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເລືອກ​ເຟັ້ນ​ເປັນ​ນັກ​ສະ​ແດງ​ ປີອາໂນ ອາຊີບ ​ຢູ່​ເທິງ​ເວທີ.

ຢູ່​ສະ​ຖານ​ບັນດົນ​ຕີ ຫວຽດເທືອງ Music ຮ່າ​ໂນ້ຍ, ​ການ​ສອບ​ເສັງ ປີອາໂນ ຂອງ ສຈ ປອ. Thomas Lymenstull ແມ່ນໜ້າສົນໃຈຫຼາຍ. ເພິ່ນ ແລະ ບັນດານັກຮຽນ ເຈືອຈານ ເຂົ້າໃນບັນຍາກາດທີ່ເຕັມໄປດ້ວຍສຽງ ປີອາໂນ ທີ່ຫວານຊື່ນ ແລະ ມີພະລັງແຫ່ງຊີວິດ.

ທຸກໆປີ, ສຈ ປອ. Thomas Lymenstull ມີ​ຕາ​ຕະ​ລາງ​ ເຕັມ ​ຢູ່​ກັບ​ຫ້ອງ​ຮຽນແຂກຖືກເຊີນ, ການ​ສະ​ແດງ​ ແລະ ​ການຕັດສິນ, ລວມ​ທັງບັນດາສະຖາບັນ ​ ແລະ​ ໂຮງ​ຮຽນ​ດົນ​ຕີ​ຢູ່ ​ຍີ່​ປຸ່ນ, ສ​ ເກົາ​ຫຼີ, ສິງ​ກະ​ໂປ, ຫວຽດນາມ​ ແລະ​ ນະຄອນ ກ​ວ່າ 20 ແຫ່ງຢູ່ ສປ ຈີນ. ເພິ່ນຍັງໄດ້ສະແດງ ແລະ ສອນ ໃນງານມະໂຫລານ ປີອາໂນ ສາກົນ ຊຽງໄຮ້, ງານມະໂຫລານ ດົນຕີ ແຄມທະເລ Amalfi ແລະ ງານມະໂຫລານ ດົນຕີ Montecito ແລະ ເປັນກໍາມະການ ຕັດສິນການ ແຂ່ງຂັນທົ່ວໂລກ, ຫຼ້າສຸດແມ່ນຢູ່ ຍີ່ປຸ່ນ, ວໍຊິງຕັ່ນ ດີຊີ, ສິງກະໂປ, ຊຽງໄຮ້, ເສິນຕູ ແລະ ຫາງໂຈ.


ເປົ້າໝາຍຂອງ ສຈ ປອ. Thomas Lymenstull ​ໃນ​ອະນາຄົດ​ອັນ​ໃກ້ໆ​ ນີ້​ ແມ່ນຈະ​ຊອກ​ຫາ ​ແລະ ສອນ​ນັກ​ສຶກສາ​ ຫວຽດນາມ ​ຫຼາຍ​ຄົນ ​ທີ່​ມີ​ຄວາມ​ກະຕືລືລົ້ນ​ໃນ​ການ​ຮຽນ​ ​ປີອາໂນ. ມີ​ນັກ​ສຶກ​ສາ​ ຫວຽດ​ນາມ ​ຫຼາຍ​ຄົນ​ຢູ່​ ສ ອາ​ເມ​ລິ​ກາ ​ພວມ​ຮຽນ ​ປີອາໂນ​ ກັບ ສຈ ປອ. Thomas Lymenstull ລ້ວນແຕ່ເປັນຜູ້ມີຄວາມສາມາດຫຼາຍ. ​ແຕ່ລະ​ປີ, ເພິ່ນ​ຍັງ​ໄດ້​ມາ ຫວຽດນາມ ​ເພື່ອ​ຄັດເລືອກ​ນັກ​ສຶກສາ, ທົດ​ສອບ ​ແລະ ​ແບ່ງປັນເຕັກນິກ ການ​ຮຽນ​​ ປີອາໂນ.

ສຈ ປອ. Thomas Lymenstull ໃນການ ທົດສອບ ທັກສະ ການຫຼິ້ນ ປີອາໂນ ຂອງນັກຮຽນຢູ່ ຫວຽດນາມ. ພາບ: ຫວຽດເກື່ອງ/VNP

ສຈ ປອ. Thomas Lymenstull ເຄີຍໄປສະແດງ ປີອາໂນ ໃນຫຼາຍປະເທດເຊັ່ນ: ສ ອາເມລິກາ, ຍີ່ປຸ່ນ, ໂອຕຣິດ, ອີຕາລີ, ໄຕ້ຫວັນ ແລະ ສປ ຈີນ ກໍ່ຄືການປາກົດຕົວ ກັບວົງດົນຕີທີ່ມີຊື່ສຽງເຊັ່ນ: ວົງດົນຕີເສບປະສານສຽງ Los Angeles ແລະ Kronos Quartet. ການສະແດງຂອງ ສຈ ປອ. Thomas Lymenstull ໄດ້ນຳມາສະເໜີຢູ່ WFMT Chicago, ວິທະຍຸກະຈາຍສຽງ ອາເມລິກາ ແລະ ວິທະຍຸ ສາທາລະນະ ແຫ່ງຊາດ.

 ບົດ: VNP/ບິກເວິນ - ພາບ: ຫວຽດເກື່ອງ - ແປໂດຍ: ຢືຟຽນ


top