ຂ່າວສານ

ສ. ເຊັກໂກ ແມ່ນຄູ່ຮ່ວມມືບຸລິມະສິດຂອງ ຫວຽດນາມ ໃນບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ

ຫວຽດນາມ ມີແຜນນະໂຍບາຍສະເໝີຕົ້ນສະເໝີປາຍຍູ້ແຮງການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນມີ ສ ເຊັກໂກ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ສ ເຊັກໂກ Petr Fiala

ຕອນເຊົ້າວັນທີ 21 ເມສາ, ຢູ່ຮ່າໂນ້ຍ, ພາຍຫຼັງພິທີຕ້ອນຮັບທາງການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຈລະຈາກັບທ່ານນາຍົກລັດຖະມົນຕີ ສ ເຊັກໂກ Petr Fiala.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ຫວຽດນາມ ມີແຜນນະໂຍບາຍສະເໝີຕົ້ນສະເໝີປາຍຍູ້ແຮງການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນມີ ສ ເຊັກໂກ ແມ່ນຄູ່ຮ່ວມມືບຸລິມະສິດ. ທ່ານນາຍົກລັດຖະມົນຕີ Petr Fiala ຢັ້ງຢືນວ່າ ສ ເຊັກໂກ ຍາມໃດກໍ່ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນທີ່ສຸດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ປາດຖະໜາຢາກພັດທະນາການພົວພັນຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ.

ນາຍົກລັດຖະມົນຕີສອງທ່ານໄດ້ແລກປ່ຽນຮອບດ້ານກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ; ເຫັນດີເປັນເອກະພາບ ເປົ້າໝາຍ ບັນລຸວົງເງິນການຄ້າ 1 ຕື້ ໂດລາສະຫະລັດ ໃນຮອບເວລາ 1 – 2 ປີຈະມາເຖິງ (ປີກາຍບັນລຸ 848 ລ້ານ ໂດລາສະຫະລັດ) ດ້ວຍເລື່ອງສືບຕໍ່ຜັນຂະຫຍາຍຄົບຖ້ວນ, ມີປະສິດທິຜົນສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EU) (EVFTA).

 ສ່ວນທ່ານນາຍົກລັດຖະມົນຕີ ສ ເຊັກໂກ Petr Fiala ເນັ້ນໜັກວ່າ ຫວຽດນາມ ແມ່ນຄູ່ຮ່ວມມືເສດຖະກິດມີຄວາມສາມາດບົ່ມຊ້ອນ, ນັບມື້ນັບມີວິສາຫະກິດ ເຊັກໂກ ຫຼາຍແຫ່ງເອົາໃຈໃສ່ເປີດກ້ວາງການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ. ນາຍົກລັດຖະມົນຕີ ສອງທ່ານ ກໍ່ແລກປ່ຽນເລິກເຊິ່ງ, ກ້ວາງຂວາງ ກ່ຽວກັບບັນດາບັນຫາພາກພື້ນ, ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເຫັນສັກຂີພິຍານພິທີລົງນາມບັນດາເອກະສານຮ່ວມມືໃນຂົງເຂດໜູນຊ່ວຍດ້ານຕຸລາການ ກ່ຽວກັບອາຍາ, ລົງທຶນ, ການສຶກສາ.

 


top