ຈຳນວນເງິນທີ່ຊ່ວຍເຫຼືອໃນຄັ້ງນີ້ບໍ່ພຽງສະແດງໃຫ້ເຫັນເຖິງການພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດເທົ່ານັ້ນ, ແຕ່ຫາກຍັງແມ່ນສານທີ່ຖ່າຍທອດຄວາມຮູ້ສຶກຕໍ່ກັບປະຊາຄົມສາກົນ: “ຍາມໃດທີ່ພວກເຮົາຮ່ວມມືກັນ, ພວກເຮົາຈະເຂັ້ມແຂງຂຶ້ນກ່ອນເກົ່າ’’ ອີກດ້ວຍ.
ປະທານສະພາສູງ ເຊັກໂກ ມອບເງິນຊ່ວຍເຫຼືອຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດທຳມະຊາດ
ວັນທີ 20 ພະຈິກ, ທ່ານ Milos Vystrcil, ປະທານສະພາສູງ ສະພາແຫ່ງຊາດ ສ. ເຊັກໂກ ໄດ້ມອບ ຈຳນວນເງິນຊ່ວຍເຫຼືອ ມູນຄ່າ 3.000.000 CZK ( ປະມານ 3,5 ຕື້ ດົ້ງ ) ໃຫ້ສູນກາງສະພາກາແດງຫວຽດນາມ ເພື່ອຟື້ນຟູຜົນກະທົບຈາກພາຍຸນ້ຳຖ້ວມ ປີ 2025 ຢູ່ ໂຮ້ຍອານ (ດານັງ) ແລະ ນະຄອນເຫວ້. ປະທານສະພາສູງ ສະພາແຫ່ງຊາດ ສ. ເຊັກໂກ ເນັ້ນໜັກວ່າ ຈຳນວນເງິນທີ່ຊ່ວຍເຫຼືອໃນຄັ້ງນີ້ບໍ່ພຽງສະແດງໃຫ້ເຫັນເຖິງການພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດເທົ່ານັ້ນ, ແຕ່ຫາກຍັງແມ່ນສານທີ່ຖ່າຍທອດຄວາມຮູ້ສຶກຕໍ່ກັບປະຊາຄົມສາກົນ: “ຍາມໃດທີ່ພວກເຮົາຮ່ວມມືກັນ, ພວກເຮົາຈະເຂັ້ມແຂງຂຶ້ນກ່ອນເກົ່າ’’ ອີກດ້ວຍ.
ໂດຍຮັບເອົາການຊ່ວຍເຫຼືອຈາກ ລັດຖະບານ ແລະ ປະຊາຊົນ ສ. ເຊັກໂກ, ທ່ານ ນາງ ໂດ້ຖິທູຖາວ, ປະທານ ສູນກາງສະພາກາແດງຫວຽດນາມ ໄດ້ໃຫ້ຮູ້ວ່າ ນີ້ບໍ່ພຽງແຕ່ແມ່ນ ການຊ່ວຍເຫຼືອທາງດ້ານວັດຖຸ ຢ່າງທັນການໃຫ້ ພໍ່ແມ່ປະຊາຊົນພາກກາງເທົ່ານັ້ນ ຫາກຍັງແມ່ນສັນຍາລັກ ຂອງຄວາມສາມັກຄີ, ນ້ຳໃຈມິດຕະພາບ ແລະ ນ້ຳໃຈມະນຸດສະທຳສາກົນຢ່າງເລິກເຊິ່ງ ລະຫວ່າງປະຊາຊົນສອງຊາດອີກດ້ວຍ. ສະພາກາແດງປາຖະໜາວ່າ ສະພາສູງ ສ.ເຊັກໂກ ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂເພື່ອໃຫ້ ສະພາກາແດງຫວຽດນາມ ແລະ ສະພາກາແດງເຊັກ ເພີ່ມທະວີການຮ່ວມມື, ກ້າວໄປສູ່ການສ້າງຕັ້ງການພົວພັນແຮກສ່ຽວ ລະຫວ່າງ ສອງສະພາກາແດງໃນອະນາຄົດ.