ຂ່າວສານ

ສ. ເກົາຫຼີ ຖືເປັນສຳຄັນທີ່ຕັ້ງ, ບົດບາດໃຈກາງຂອງ ຫວຽດນາມ ໃນອາຊຽນ

      ສ່ວນທ່ານລັດຖະມົນຕີ Song Young – moo ຢັ້ງຢືນ ສ. ເກົາຫຼີ ຖືເປັນສຳຄັນທີ່ຕັ້ງ, ບົດບາດໃຈກາງຂອງ ຫວຽດນາມ ໃນ ອາຊຽນ ກໍ່ຄືຢູ່ພາກພື້ນ ອາຊີຕາເວັນອອກ.
      ຕອນເຊົ້າວັນທີ 4 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານ ໂງຊວນລີກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເຈລະຈາກັບທ່ານ Song Young – moo, ລັດຖະມົນຕີກະຊວງປ້ອງກັນປະເທດ ສ. ເກົາຫຼີ ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 4 – 5 ມິຖຸນາ 2018. ທ່ານລັດຖະມົນຕີ ໂງຊວນລີກ ສະແດງການສະໜັບສະໜູນການປອດນິວເຄຼຍໃນແຫຼມ ເກົາຫຼີ, ຢັ້ງຢືນຖືເປັນສຳຄັນການພັດທະນາການພົວພັນເປັນປົກກະຕິ, ຍາວນານກັບ ສ ເກົາຫຼີ. ສ່ວນທ່ານລັດຖະມົນຕີ Song Young – moo ຢັ້ງຢືນ ສ. ເກົາຫຼີ ຖືເປັນສຳຄັນທີ່ຕັ້ງ, ບົດບາດໃຈກາງຂອງ ຫວຽດນາມ ໃນ ອາຊຽນ ກໍ່ຄືຢູ່ພາກພື້ນ ອາຊີຕາເວັນອອກ. ສ. ເກົາຫຼີ ສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກ ແລະ ຄວາມເສລີໃນການໄປມາ, ການເດີນທະເລ, ການບິນໃນພາກພື້ນ.
        ໃນຂອບເຂດການຢ້ຽມຢາມ ຫວຽດນາມ, ຄະນະຜູ້ແທນການທະຫານຂັ້ນສູງກະຊວງປ້ອງກັນປະເທດ ສ. ເກົາຫຼີ ໄດ້ໄປວາງພວງມາລາ ອາໄລຫາປະທານ ໂຮ່ຈີມິນ, ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ.
 (ແຫຼ່ງຄັດຈາກ VOV)

top