“ວຽກງານໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ໄດ້ສະແດງບົດບາດເສີມຂະຫຍາຍປະຊາທິປະໄຕ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງຈະແຈ້ງ”. ນີ້ແມ່ນຄຳຢັ້ງຢືນຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນກອງປະຊຸມທົ່ວປະເທດສະຫຼຸບວຽກງານໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນປີ 2025, ຜັນຂະຫຍາຍໜ້າທີ່ປີ 2026 ໄດ້ດໍາເນີນໃນຕອນເຊົ້າວັນທີ 19 ທັນວາ, ຢູ່ຮ່າໂນ້ຍ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນໃນກອງປະຊຸມ
ຕີລາຄາສູງບັນດາໝາກຜົນທີ່ຂະແໜງໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນບັນລຸໄດ້ໃນໄລຍະຜ່ານມາ, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ ປັດຈຸບັນ, ທັງລະບົບການເມືອງພວມຕັ້ງໜ້າກະກຽມທຸກເງື່ອນໄຂເພື່ອກຽມພ້ອມໃຫ້ແກ່ການຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງ ພັກ. ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ:
“ຕ້ອງກຳແໜ້ນ ແລະ ຈັດຕັ້ງຜັນຂະຫຍາຍໃຫ້ຮັບປະກັນການໝູນໃຊ້ວິທະຍາສາດເຕັກໂນໂລຢີ ແລະ ວຽກງານໃຫ້ເປັນຢ່າງດີທີ່ສຸດ. ຂ້າພະເຈົ້າເຫັນວ່າ ວຽກງານໝູນໃຊ້ວິທະຍາສາດເຕັກໂນໂລຢີໃນຂົງເຂດສື່ມວນຊົນປະຕິບັດໄດ້ເປັນຢ່າງດີພໍສົມຄວນ, ແຕ່ວ່າ ຍັງມີຫຼາຍວຽກທີ່ພວກເຮົາຕ້ອງເຮັດ. ຖ້າບໍ່ຫັນເປັນດີຈີຕອນ, ພວກເຮົາຈະເຮັດເສຍແນວຮົບ, ເສຍບົດບາດສຳຄັນຂອງວຽກງານຖະແຫຼງຂ່າວ ແລະ ການສື່ສານ.”
ທ່ານເລຂາທິການໃຫຍ່ ໂຕເລິມ ກໍຮຽກຮ້ອງໃຫ້ຂະແໜງໂຄສະນາສຶກສາ, ຂົນຂວາຍປະຊາຊົນ ໂຄສະນາບັນດາເຫດການໃຫຍ່ໃຫ້ເປັນຢ່າງດີ, ກະກຽມໃຫ້ແກ່ກອງປະຊຸມໃຫຍ່ຊຸດທີ XIV ຂອງພັກຢ່າງມີແບບມີແຜນ; ພ້ອມກັນນັ້ນ, ຕ້ອງມຸ່ງໄປເຖິງຂັ້ນຮາກຖານ ແລະ “ເຄົາລົບປະຊາຊົນ, ໃກ້ຊິດປະຊາຊົນ, ເຂົ້າໃຈປະຊາຊົນ, ຮຽນຮູ້ນຳປະຊາຊົນ ແລະ ມີຄວາມຮັບຜິດຊອບຕໍ່ປະຊາຊົນ” ຢ່າງແທ້ຈິງ.