ຂ່າວສານ

ວຽກ​ງານ​ປົກ​ປ້ອງ, ເບິ່ງ​ແຍງ​ດູ​ແລ ແລະ ສົ່ງ​ເສີມ​ສຸ​ຂະ​ພາບ​ໃຫ້​ແກ່​ເດັກ​ນ້ອຍ, ນັກ​ຮຽນ ເກືອບ 23 ລ້ານ​ຄົນແມ່ນ​​ວຽກ​ງານສຳ​ຄັນ​ທີ່​ສຸດ

ຕອນບ່າຍວັນທີ 10 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີປະກາດໂຄງການສຸຂະພາບຂອງນັກຮຽນ ໄລຍະ 2021 – 2025, ເຊິ່ງໄດ້ດຳເນີນຕາມຮູບແບບທາງໄກຈາກສູນກອງປະຊຸມສາກົນ ຮ່າໂນ້ຍ.

ຕອນບ່າຍວັນທີ 10 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີປະກາດໂຄງການສຸຂະພາບຂອງນັກຮຽນ ໄລຍະ 2021 – 2025, ເຊິ່ງໄດ້ດຳເນີນຕາມຮູບແບບທາງໄກ ຈາກສູນກອງປະຊຸມສາກົນ ຮ່າໂນ້ຍໂດຍໄດ້ເຊື່ອມຕໍ່ ກັບ 63 ແຂວງ, ນະຄອນ ແລະ ເຊື່ອມຕໍ່ກັບ ໂຮງຮຽນກ່ວາ 41.950 ແຫ່ງໃນທົ່ວປະເທດ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ປັດຈຸບັນ ຫວຽດນາມ ມີນັກຮຽນ, ເດັກນ້ອຍກ່ວາ 22 ລ້ານຄົນ (ກວມເອົາປະມານ 25%ຈຳນວນປະຊາກອນ ຫວຽດນາມ) ໄດ້ຮັບການເບິ່ງແຍງດູແລ ນັບແຕ່ໃນໂຮງຮຽນ. ໂຄງການສຸຂະພາບນັກຮຽນ ໄລຍະ 2021 – 2025 ດ້ວຍສານທີ່ວ່າ “ໂຮງຮຽນປອດໄພ, ເດັກນ້ອຍ, ນັກຮຽນມີສຸຂະພາບ ເຂັ້ມແຂງ” ໄດ້ຜັນຂະຫຍາຍຢູ່ ຫວຽດນາມເປັນຄັ້ງທຳອິດ, ດ້ວຍຄວາມຫວັງຈະນຳມາເຊິ່ງການປ່ຽນແປງໃໝ່ຢ່າງຕັ້ງໜ້າໃຫ້ແກ່ໂຮງຮຽນ ເພື່ອເບິ່ງແຍງດູແລ ແລະ ລ້ຽງດູຊາວຫວຽດນາມ ໃຫ້ມີສຸຂະພາບເຂັ້ມແຂງ, ມີຄວາມຂະຫຍັນຂັນເຄື່ອນ ແລະ ເຕີບໃຫຍ່. ກ່າວຄຳເຫັນທີພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ:

ສຳລັບ ພວກເຮົາ ແຕ່ລະຄົນ ແລະ ໃນທົ່ວສັງຄົມ, ຍາມໃດສຸຂະພາບກໍ່ແມ່ນສິ່ງທີ່ລ້ຳຄ່າທີ່ສຸດ. ພິເສດ, ສຳລັບເດັກນ້ອຍ, ນັກຮຽນເກືອບ 23 ລ້ານຄົນ, ວຽກງານປົກປ້ອງ, ເບິ່ງແຍງດູແລ ແລະ ສົ່ງເສີມສຸຂະພາບໃຫ້ແກ່ພວກນ້ອງນ້ອຍຍິ່ງມີຄວາມສຳຄັນ ຍ້ອນວ່າ ນີ້ແມ່ນລຸ້ນຄົນໃນອະນາຄົດຂອງ ປະເທດຊາດ. ວຽກງານປົກປ້ອງ, ເບິ່ງແຍງດູແລສຸຂະພາບໃຫ້ແກ່ພວກນ້ອງນ້ອຍ ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບຂອງຄອບຄົວເທົ່ານັ້ນ ຫາກຍັງແມ່ນຄວາມຮັບຜິດຊອບຂອງປະຊາຄົມ, ຂອງທົ່ວສັງຄົມ ແລະ ທັງລະບົບການເມືອງອີກດ້ວຍ.

(ແຫຼ່ງຄັດຈາກ VOV)


top