ຂ່າວສານ

“ວຽກດີຄົນເດັ່ນ”: ແຜ່ຂະຫຍາຍນ້ຳໃຈເມດຕາກະລຸນາ

ພັກ ແລະ ລັດ ຍາມໃດກໍ່ເອົາໃຈໃສ່ເບິ່ງແຍງດູແລບັນດາຜູ້ມີຄຸນງາມຄວາມດີ, ຜູ້ທຸກຍາກ, ຄົນພິການ, ຜູ້ມີຄວາມສ່ຽງໃນສັງຄົມເພື່ອບໍ່ໃຫ້ໃຜຖືກຕົກຢູ່ທາງຫຼັງ
  ທ່ານປະທານປະເທດ ຫງວຽນຊວນຟຸກ ພົບປະກັບບັນດາຜູ້ໃຈບຸນໃຈກຸສົນ  

ຕອນບ່າຍວັນທີ 6 ມັງກອນ, ທີ່ສຳນັກງານປະທານປະເທດ, ກ່າວຄຳເຫັນທີ່ການພົບປະກັບຜູ້ແທນ 50 ທ່ານທີ່ຕາງໜ້າໃຫ້ເກືອບ 200 ທ່ານໃນລາຍການ “ວຽກດີຄົນເດັ່ນ” ຂອງສະຖານີໂທລະພາບ ຫວຽດນາມ ໃນປີ 2022, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງວ່າ: ພັກ ແລະ ລັດ ຍາມໃດກໍ່ເອົາໃຈໃສ່ເບິ່ງແຍງດູແລບັນດາຜູ້ມີຄຸນງາມຄວາມດີ, ຜູ້ທຸກຍາກ, ຄົນພິການ, ຜູ້ມີຄວາມສ່ຽງໃນສັງຄົມເພື່ອບໍ່ໃຫ້ໃຜຖືກຕົກຢູ່ທາງຫຼັງ. ພ້ອມກັນນັ້ນ, ການຮ່ວມແຮງຮ່ວມໃຈຂອງບັນດາຜູ້ມີນ້ຳໃຈ ເມດຕາກະລຸນາ, ການຊ່ວຍເຫຼືອຂອງຜູ້ໃຈບຸນໃຈກຸສົນແມ່ນສຳຄັນທີ່ສຸດ, ຍ້ອນເຂົາເຈົ້າແມ່ນບັນດາຜູ້ທີ່ຢູ່ຂ້າງກັບຜູ້ປະສົບຄວາມຫຍຸ້ງຍາກທີ່ສຸດ, ຕ້ອງມີການຊ່ວຍເຫຼືອຢ່າງຈິງໃຈສະໜິດສະໜົມທີ່ສຸດ, ນຳມາເຊິ່ງຄວາມເຊື່ອໝັ້ນ, ຄວາມຮັກແພງໃນຊີວິດການເປັນຢູ່, ປະກອບສ່ວນແຜ່ຂະຫຍາຍຄຸນຄ່າການດຳລົງຊີວິດແບບດີງາມ, ຄຸນນະທາດຂອງຊາວ ຫວຽດນາມ ທີ່ມີຄວາມ ເມດຕາກະລຸນາ, ເຕັມໄປດ້ວຍນ້ຳໃຈຮັກແພງ.

ທ່ານປະທານປະເທດ ຫງວຽນຊວນຟຸກ ກໍ່ຮຽກຮ້ອງຕ້ອງທະວີຄູນບັນດາຮູບແບບແບ່ງປັນ, ຊ່ວຍເຫຼືອຜູ້ຢູ່ອ້ອມຂ້າງ, ທະວີຄູນແບບຢ່າງທີ່ສ່ວນບຸກຄົນ, ໝູ່ຄະນະໄດ້ອຸທິດສ່ວນເພື່ອວົງຄະນະຍາດ; ສະເໜີທຸກຂັ້ນ, ທຸກຂະແໜງການຈາກສູນກາງລົງຮອດທ້ອງຖິ່ນໂຄສະນາຂົນຂວາຍປະຊາຊົນຕັ້ງໜ້າຕອບສະໜອງບັນດາຂະບວນການແຂ່ງຂັນ, ພົບເຫັນຫຼາຍແບບຢ່າງດີເດັ່ນ, ຈັດຕັ້ງການແຂ່ງຂັນຄັ້ງຕ່າງໆ…. ເພື່ອທະວີຄູນບັນດາວຽກງານທີ່ດີ, ນ້ຳໃຈອັນສູງສົ່ງໃນຊີວິດການເປັນຢູ່.


top