ຂ່າວສານ

ວຽກງານບຸກຄະລາກອນຍື່ນສະເໜີຕໍ່ສະພາແຫ່ງຊາດ ຕ້ອງໄດ້ຮັບການກະກຽມຢ່າງເຂັ້ມງວດ, ລະມັດລະວັງ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເນັ້ນໜັກວ່າ ບັນດາຮ່າງກົດໝາຍ ແລະ ມະຕິທີ່ນຳເຂົ້າໃນລາຍການກອງປະຊຸມ ຕ້ອງຖືເລື່ອງຄຸນນະພາບເປັນແຖວໜ້າ
 
  (ແຫຼ່ງຄັດຈາກ VOV)  

ຕອນ​ບ່າຍ​ວັນ​ທີ 01 ເມ​ສາ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ, ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ ໄດ້​ເປັນ​ປະ​ທານ​ວາ​ລະ​ປ​ະ​ຊຸມ​ທີ 56 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ. ​ຄາດ​ວ່າກອ​ງ​ປະ​ຊຸມ​ຈະ​ຈັດ​ຂຶ້ນ​ໃນ 1 ມື້ເຄິ່ງ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຈະ​ປະ​ກອບ​ຄຳ​ເຫັນ​ໃສ່​ຫຼາຍ​ເນື້ອ​ໃນ​ສຳ​ຄັນ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂວາ​ລະ​ປະ​ຊຸມ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝີ້ນ ເນັ້ນ​ໜັກ​ວ່າ ບັນ​ດາ​ຮ່າງ​ກົດ​ໝາຍ ແລະ ມະ​ຕິ​ທີ່​ນຳ​ເຂົ້າ​ໃນລາຍ​ການ​ກອງ​ປະ​ຊຸມ ຕ້ອງ​ຖື​​ເລື່ອງ​ຄຸນ​ນະ​ພາບ​ເປັນ​ແຖວ​ໜ້າ; ສະ​ເໜີ​ໃຫ້​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ພິ​ຈາ​ລະ​ນາ, ຕີ​ລາ​ຄາ​​ບັນ​ດາ​ຜົນ​ກະ​ທົບຢ່າງ​ລະ​ອຽດ​ລະ​ອໍ, ຄົບ​ຖ້ວນ ເພື່ອ​ຮັບ​ປະ​ກັນ​ລັກ​ສະ​ນະ​ເປັນ​ໄປ​ໄດ້, ມີ​ສະ​ຖຽນ​ລະ​ພາບ ແລະ ຍາວ​ນານ​ຂອງ​ນະ​ໂຍ​ບາຍ. ກ່ຽວ​ກັບ​ວຽກ​ງານ​ບຸກ​ຄະ​ລາ​ກອນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝີ້ນ ໃສ່​ໃຈ​ວ່າ:

“ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ສຳ​ຄັນ​ພິ​ເສດ​ອື່ນ​ອີກທີ່​ວາ​ລະ​ປະ​ຊຸມ​ນີ້ ​ແມ່ນ​ການ​ປະ​ກອບ​ຄຳ​ເຫັນ​ເພື່ອ​ກະ​ກຽມ​ໃຫ້​ວຽກ​ງານ​ຈັດ​ຕັ້ງ​ບຸກ​ຄະ​ລາ​ກອນ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ ທີ່ກອງ​ປະ​ຊຸມ​ຄັ້ງປະຖົມມະລືກ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16. ບັນ​ດາ​ເນື້ອ​ໃນ​ດັ່ງ​ກ່າວ​ຕ້ອງ​ໄດ້​ຮັບ​ການ​ກະ​ກຽມ​ຢ່າງ​ເຂັ້ມງວດ, ລະ​ມັດ​ລະ​ວັງ, ຮັບ​ປະ​ກັນ​ໃຫ້​ຖືກ​ຕາມ​ຂັ້ນ​ຕອນ, ຂໍ້​ກຳ​ນົດ, ການ​ກຳ​ທົດ​ທິດ​ຂອງ​ພັກ, ຖືກ​ຕ້ອງ​ຕາມ​ຂໍ້​ກ​ຳ​ນົດ​ຂອງ​ກົດ​ໝາຍ; ຮັບ​ປະ​ກັນ​ມາດ​ຕະ​ການ, ເງື່ອນ​ໄຂ, ໂຄງ​ປະ​ກອບ​ທີ່​ເໝາະ​ສົມ ເພື່ອ​ຕອບ​ສະ​ໜອງຄວາມຮຽກຮ້ອງຕ້ອງການຂອງ​ໜ້າ​ທີ່​ໃນ​ໄລ​ຍະ​ໃໝ່”.


top