ຂ່າວສານ

ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດຕ້ອງສືບຕໍ່ປ່ຽນແປງໃໝ່, ເປັນເຈົ້າການ, ຄົບຊຸດ, ທັນການ, ມີຫົວຄິດປະດິດສ້າງ ແລະ ມີປະສິດທິຜົນ

ພາຍຫຼັງປຸກລະດົມມາເປັນເວລາ 4 ເດືອນ (ແຕ່ເດືອນເມສາ ຫາ ເດືອນ ສິງຫາ 2022), ຄະນະຈັດຕັ້ງໄດ້ຮັບ 1.172 ຜົນງານເຂົ້າຮ່ວມການເສັງ
   
  ບັນດາຜົນງານໄດ້ຮັບລາງວັນທີໜຶ່ງທີ່ການເສັງ  

ຕອນຄ່ຳວັນທີ 5 ພະຈິກ, ທີ່ໂຮງລະຄອນໃຫຍ່ ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ, ຄະນະຊີ້ນຳວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດໄດ້ສົມທົບກັບໜັງສືພິມ ເຍີນເຢີນ (ປະຊາຊົນ) ແລະ ບັນດາອົງການກ່ຽວຂ້ອງຈັດຕັ້ງພິທີມອບລາງວັນທົ່ວປະເທດກ່ຽວກັບຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ VIII.

ພາຍຫຼັງປຸກລະດົມມາເປັນເວລາ 4 ເດືອນ (ແຕ່ເດືອນເມສາ ຫາ ເດືອນ ສິງຫາ 2022), ຄະນະຈັດຕັ້ງໄດ້ຮັບ 1.172 ຜົນງານເຂົ້າຮ່ວມການເສັງ, ເພີ່ມຂຶ້ນ 11% ເມື່ອທຽບໃສ່ການເສັງຄັ້ງທີ VII ແລະ ຫຼາຍທີ່ສຸດນັບແຕ່ກ່ອນມາ. ບັນດາຜົນງານໄດ້ສະແດງດ້ວຍ 14 ພາສາ, ເຊິ່ງລວມມີ: ພາສາ ຫວຽດ, ອັງກີດ, ຝລັ່ງ, ຈີນ, ລັດເຊຍ, ແອດສປາຍ, ລາວ, ຂະແມ...

ກ່າວຄຳເຫັນທີ່ພິທີ, ຕີລາຄາສູງຜົນງານຂອງລາງວັນປີນີ້, ທ່ານ ຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ເນັ້ນໜັກວ່າ: ໃນສະພາບການໃໝ່, ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດຕ້ອງສືບຕໍ່ປ່ຽນໃໝ່ຕາມທິດເປັນເຈົ້າການ, ຄົບຊຸດ, ທັນການ, ມີຫົວຄິດປະດິດສ້າງ ແລະ ມີປະສິດທິຜົນ, ປະກອບສ່ວນສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ, ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ, ຍາດແຍ່ງກຳລັງພາຍນອກໃຫ້ແກ່ການພັດທະນາຂອງປະເທດຊາດຢ່າງສູງສຸດ. ທ່ານກ່າວວ່າ:

“ບັນດາກຳລັງເຮັດວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດຕ້ອງມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບພາລະກິດ, ທີ່ຕັ້ງ, ອິດທິພົນຊື່ສຽງຂອງປະເທດຊາດ, ກ່ຽວກັບສະພາບການຂອງໂລກ, ພາກພື້ນ; ຮັບຮູ້ແຈ້ງ “ຄວາມສ່ຽງ ແລະ ໂອກາດ”, ເພີ່ມທະວີການໂຄສະນາ, ແນະນຳແຜນນະໂຍບາຍ, ແນວທາງຂອງພັກ, ລັດ, ພາບພົດຂອງປະເທດຊາດ, ປະຊາຊົນ, ວັດທະນະທຳ ຫວຽດນາມ ເຖິງປະຊາຄົມສາກົນກ່ວາອີກ. ໃນສະພາບຖະແຫຼງຂ່າວຫຼາຍສົ້ນ, ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດຕ້ອງຊ່ວຍໃຫ້ປະຊາຊົນ ຫວຽດນາມ ທຸກຄົນ ແລະ ເພື່ອນມິດສາກົນເຂົ້າໃຈແຈ້ງກ່ວາ ແລະ ມີຄວາມເຊື່ອໝັ້ນຮັກແພງ ຫວຽດນາມ ຕື່ມອີກ, ປະເທດ ຫວຽດນາມ ປ່ຽນແປງໃໝ່, ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ, ການເມືອງສະຖຽນລະພາບ, ຍາມໃດກໍ່ມານະພະຍາຍາມເພື່ອການຮ່ວມມື, ສັນຕິພາບຂອງພາກພື້ນ ແລະ ໂລກ, ຍາມໃດກໍ່ກຽມພ້ອມເຊື້ອເຊີນ, ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດຕ່າງປະເທດມີຄວາມອຸ່ນອ່ຽນໃຈລົງທຶນຢູ່ ຫວຽດນາມ”.

ຄະນະຈັດຕັ້ງໄດ້ມອບ 112 ລາງວັນໃຫ້ແກ່ບັນດາຜົນງານດີເດັ່ນ, ເຊິ່ງລວມມີ: ລາງວັນທີໜຶ່ງ 10 ລາງວັນ, ລາງວັນທີສອງ 21 ລາງວັນ, ລາງວັນທີສາມ 30 ລາງວັນ ແລະ ລາງວັນຊົມເຊີຍ 51 ລາງວັນ. ໃນນັ້ນ, ວິທະຍຸກະຈາຍສຽງ ຫວຽດນາ ໄດ້ຮັບລາງວັນທີໜຶ່ງ 1 ລາງວັນ, ລາງວັນທີສອງ 1 ລາງວັນ, ລາງວັນທີສາມ 4 ລາງວັນ ແລະ ລາງວັນຊົມເຊີຍ 2 ລາງວັນ.


top