ຂ່າວສານ

ວຽກງານກະກຽມການເລືອກຕັ້ງຕ້ອງໄດ້ປະຕິບັດຢ່າງມີວິທະຍາສາດ, ສະດວກດີໃຫ້ແກ່ຜູ້ມີສິດເລືອກຕັ້ງ

      ສືບຕໍ່ຊາບຊຶມເນື້ອໃນຈິດໃຈດັ່ງກ່າວໃຫ້ພະນັກງານ, ສະມາຊິກພັກ ແລະ ຜູ້ມີສິດເລືອກຕັ້ງແຕ່ລະຄົນ ແລະ ສະເໜີສະພາເລືອກຕັ້ງທຸກຂັ້ນ ແລະ ແນວໂຮມປະເທດຊາດ ຕ້ອງສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະຕິບັດໜ້າທີ່ຂອງຕົນເປັນຢ່າງດີ.
ທ່ານ ເວືອງດີງເຫ້ວ ລົງກວດກາວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV,
ສະມາຊິກສະພາປະຊາຊົນທຸກຂັ້ນ ຢູ່ຕາແສງ ກ໊ຽນທ໊ຽດ ແລະ ເມືອງ ຕຽນລາງ.
      ຕອນເຊົ້າວັນທີ 13 ເມສາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີງເຫ້ວ, ປະທານສະພາເລືອກຕັ້ງແຫ່ງຊາດ, ໄດ້ລົງກວດກາວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV, ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ຢູ່ຕາແສງ ກ໊ຽນທ໊ຽດ ແລະ ເມືອງ ຕຽນລາງ, ນະຄອນ ຫາຍຟ່ອງ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ເນັ້ນໜັກວ່າ:
        “ພວກເຮົາຕັດສິນໃຈດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV, ສະພາປະຊາຊົນທຸກຂັ້ນປະສົບຜົນສຳເລັດ, ຮັບປະກັນປະຊາທິປະໄຕ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ. ເປົ້າໝາຍສຸດທ້າຍ ແມ່ນຕ້ອງເລືອກຕັ້ງໄດ້ບັນດາສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນທຸກຂັ້ນດີເດັ່ນ, ສົມເປັນເຈດຈຳນົງ, ຄວາມມຸ່ງມາດປາດຖະໜາ ແລະ ສິດເປັນເຈົ້າຂອງປະຊາຊົນ.
        ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໄດ້ຮຽກຮ້ອງຄະນະຊີ້ນຳການເລືອກຕັ້ງທ້ອງຖິ່ນ ສືບຕໍ່ຊາບຊຶມເນື້ອໃນຈິດໃຈດັ່ງກ່າວໃຫ້ພະນັກງານ, ສະມາຊິກພັກ ແລະ ຜູ້ມີສິດເລືອກຕັ້ງແຕ່ລະຄົນ ແລະ ສະເໜີສະພາເລືອກຕັ້ງທຸກຂັ້ນ ແລະ ແນວໂຮມປະເທດຊາດ ຕ້ອງສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະຕິບັດໜ້າທີ່ຂອງຕົນເປັນຢ່າງດີ.
(ແຫຼ່ງຄັດຈາກ VOV)


top