ຫ້ອງການການຄ້າ ຫວຽດນາມ ຢູ່ລາວໃຫ້ຮູ້ວ່າ ວົງເງິນການຄ້າ ຫວຽດນາມ ລາວໃນເດືອນມັງກອນປີ 2025 ບັນລຸ 290 ລ້ານ USD, ມີການເຕີບໂຕຢູ່ລະດັບ66,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.
ໃນນັ້ນ, ການສົ່ງອອກຂອງ ຫວຽດນາມໄປຍັງລາວບັນລຸກ່ວາ 117 ລ້ານ USD ດ້ວຍບັນດາຜະຕິດລະພັນສົ່ງອອກຫຼັກຄື: ນ້ຳມັນຊະນິດຕ່າງໆ, ຜະລິດຕະພັນເຄມີ, ເຄື່ອງຈັກ… ແລະ ກົງກັນຂ້າມ, ການນຳເຂົ້າຂອງຫວຽດນາມ ຈາກລາວບັນລຸ 173 ລ້ານ USD.ກ່ອນໜ້ານັ້ນ, ໃນປີກາຍນີ້, ການຮ່ວມມືດ້ານເສດຖະກິດ, ການຄ້າ ລະຫວ່າງ ຫວຽດນາມ ແລະ ລາວບັນລຸໝາກຜົນທີ່ເປັນໜ້າປະທັບໃຈເມື່ອລື່ນກາຍຂີດໝາຍ 2 ຕື້ USD ແລະ ການສົ່ງອອກເກີນດຸນ ບັນລຸກ່ວາ 2,2 ຕື້ USD, ເພີ່ມຂຶ້ນເກືອບ 34% ເມື່ອທຽບໃສ່ປີ 2023. ໝາກຜົນນີ້ລື່ນກາຍເປົ້າໝາຍເຊິ່ງລັດຖະບານສອງປະເທດວາງອອກ. ປີນີ້, ຫວຽດນາມ ແລະ ລາວສູ້ຊົນຊຸກຍູ້ນຳວົງເງິນການຄ້າລະຫວ່າງສອງປະເທດເພີ່ມຂຶ້ນແຕ່ 10-15% ເມື່ອທຽບໃສ່ປີ 2024, ມຸ່ງໄປເຖິງການນຳວົງເງິນການຄ້າສອງຝ່າຍບັນລຸ 5 ຕື້ USD ໂດຍໄວ.