ຂ່າວສານ

ວົງເງິນການສົ່ງອອກຂະແໜງຕ່ຳແຜ່ນຕັດຫຍິບໃນ 6 ເດືອນຕົ້ນປີນີ້ເພີ່ມຂຶ້ນ 23% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ

ຈຳນວນວິສາຫະກິດໄດ້ຈົດທະບຽບສ້າງຕັ້ງໃໝ່ ແລະ ກັບຄືນສູ່ການເຄື່ອນໄຫວໃນ 7 ເດືອນຜ່ານມາບັນລຸ 133,7 ພັນແຫ່ງ, ເພີ່ມຂຶ້ນ 26,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ລື່ນກາຍລະດັບ 105,4 ພັນແຫ່ງຂອງປີກາຍ
  (ພາບປະກອບ Trần Việt - TTXVN)  

ສະພາບໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມ, ປະເທດຊາດໄດ້ກັບຄືນສູ່ສະພາບປົກກະຕິໃໝ່, ການເຄື່ອນໄຫວເສດຖະກິດຫຼາຍຢ່າງໄດ້ຮັບການເຊື່ອມຕໍ່… ປະຊາຄົມວິສາຫະກິດກໍ່ມີຫຼາຍສັນຍານຕັ້ງໜ້າ.

ຕາມກົມໃຫຍ່ສະຖິຕິແລ້ວ, ຈຳນວນວິສາຫະກິດໄດ້ຈົດທະບຽບສ້າງຕັ້ງໃໝ່ ແລະ ກັບຄືນສູ່ການເຄື່ອນໄຫວໃນ 7 ເດືອນຜ່ານມາບັນລຸ 133,7 ພັນແຫ່ງ, ເພີ່ມຂຶ້ນ 26,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ລື່ນກາຍລະດັບ 105,4 ພັນແຫ່ງຂອງປີກາຍ. ໜຶ່ງໃນບັນດາຂົງເຂດມີສັນຍານດີໃນຊຸມເດືອນຜ່ານມາແມ່ນເຄື່ອງຕ່ຳແຜ່ນຕັດຫຍິບ, ໃນຂະນະທີ່ວົງເງິນການສົ່ງອອກ 6 ເດືອນບັນລຸ 22,3 ຕື້USD, ເພີ່ມຂຶ້ນ 23% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ວິສາຫະກິດຫຼາຍແຫ່ງໄດ້ກຳນົດທິດທາງການລົງທຶນເພື່ອປັບຕົວກັບການຜັນແປຂອງຕະຫຼາດ. ທ່ານ ໂດ໋ວັນແຫວ້, ປະທານສະມາຄົມວິສາຫະກິດແຂວງ ທ໊າຍບິ່ງ, ຮອງປະທານກຸ່ມບໍລິສັດ ເຮືອງແຊນ, ໃຫ້ຮູ້ວ່າ:

“ສຳລັບວິສາຫະກິດກໍ່ຕ້ອງຄິດໄລ່ຊັ່ງຊາການລົງທຶນ ໃນບັນດາຂົງເຂດທີ່ຈຳເປັນ, ຂົງເຂດໃດບໍ່ທັນຈຳເປັນ ກໍ່ຕ້ອງຢຸດໄວ້ຊົ່ວຄາວຕິຍ້ອນການເໜັງຕິງຂອງອັດຕາແລກປ່ຽນເງິນຕາ, ການເໜັງຕິງຂອງອັດຕາແລກປ່ຽນເງິນຕາພວມມີການຜັນແປທີ່ສັບສົນ, ຍາກທີ່ຄາດຄະເນໄດ້. ພວກເຮົາຕ້ອງເລືອກເຟັ້ນບັນດາຕະຫຼາດເໝາະສົມເພື່ອສົ່ງອອກສິນຄ້າ. ພ້ອມກັນນັ້ນ, ສ້າງໂຄງປະກອບວິສາຫະກິດຄືນໃໝ່ໃຫ້ເໝາະສົມເພື່ອປະຢັດການໃຊ້ຈ່າຍ, ມີຄວາມສາມາດພັດທະນາໃນໄລຍະຕໍ່ໄປ.”

 


top