ຂ່າວສານ

ວົງເງິນການຄ້າສົ່ງອອກ - ນຳເຂົ້າຂອງ ຫວຽດນາມຈະລື່ນກາຍຄາດໝາຍ 500 ຕື້ USD

      ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ ແລະ ກຳລັງມານະພະຍາຍາມຜັນຂະຫຍາຍບັນດາວຽກງານທີ່ຈຳເປັນ ເພື່ອປະຕິບັດສັນຍາສະບັບຕ່າງໆ ແລະ ໜູນຊ່ວຍວິສາຫະກິດໃນການຂຸດຄົ້ນຜົນປະໂຫຍດທີ່ບັນດາ FTA ນຳມາໃຫ້

ການຖະແຫຼງຂ່າວ ປະຈຳ ໄຕມາດ IV/2019 (ພາບ: chinhphu.vn
      ຕອນບ່າຍວັນທີ 12ທັນວາ ຢູ່ຮ່າໂນ້ຍ, ທີ່ການຖະແຫຼງຂ່າວ ປະຈຳ ໄຕມາດ IV/2019 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ຈັດຕັ້ງ, ທ່ານ ໂດທັ໊ງຫ໋າຍ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ ຍອດວົງເງິນການຄ້າສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ໃນ 11 ເດືອນ ຜ່ານມາ ບັນລຸໄດ້ຫຼາຍກ່ວາ 470 ຕື້ USD, ດ້ວຍຄວາມຄືບໜ້າຄືໃນປັດຈຸບັນ, ຍອດວົງເງິນສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ຈະລື່ນກາຍຄາດໝາຍ 500 ຕື້ USD ໃນທ້າຍເດືອນທັນວາ ປີ 2019.
        ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ ແລະ ກຳລັງມານະພະຍາຍາມຜັນຂະຫຍາຍບັນດາວຽກງານທີ່ຈຳເປັນ ເພື່ອປະຕິບັດສັນຍາສະບັບຕ່າງໆ ແລະ ໜູນຊ່ວຍວິສາຫະກິດໃນການຂຸດຄົ້ນຜົນປະໂຫຍດທີ່ບັນດາ FTA ນຳມາໃຫ້. ປີ 2020 ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຈະສຸມໃສ່ບັນດາແຫຼ່ງກຳລັງ, ຕັ້ງໜ້າຜັນຂະຫຍາຍບັນດາວິທີການເພື່ອສູ້ຊົນບັນລຸໄດ້ຕາມຄາດໝາຍທີ່ສະພາແຫ່ງຊາດວາງອອກນັ້ນ ແມ່ນ ການສົ່ງອອກໃຫ້ບັນລຸໄດ້ລະດັບ 7 – 8%.
 (ແຫຼ່ງຄັດຈາກ VOV)


top