ຂ່າວສານ

ວົງເງິນການຄ້າ ຫວຽດນາມ - ນິວຊີແລນ ມຸ່ງໄປເຖິງການເຕີບໂຕກ່ວາອີກ

ກອງປະຊຸມຄັ້ງທີ 7 ຄະນະກຳມະການປະສົມກ່ຽວກັບເສດຖະກິດ ແລະ ການຄ້າ ຫວຽດນາມ - ນິວຊີແລນ (JTEC) ໄດ້ຈັດຕັ້ງໃນຕອນເຊົ້າວັນທີ 23 ຕຸລາ ຢູ່ ຮ່າໂນ້ຍ ຕາມຮູບການທາງອອນລາຍ.

ທ່ານ ເຈິ່ນກວັກແຄ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ  (ພາບ: TTXVN)

ທ່ານ ເຈິ່ນກວັກແຄ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ທ່ານ Vangelis Vitalis ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ນິວຊີແລນ ໄດ້ເປັນປະທານຮ່ວມ. ທີ່ກອງປະຊຸມ, 2 ຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມື 2 ຝ່າຍໃນບັນດາຂົງເຂດຄື ການຄ້າ, ການລົງທຶນ ແລະ ເສດຖະກິດ, ລວມມີການເຈລະຈາດ້ານການຄ້າຫລາຍຝ່າຍ, ກະສິກຳ ແລະ ດຳເນີນທຸລະກິດຜະລິດຕະພັນກະເສດ, ເຕັກໂນໂລຊີສະອາດ, ຂະຫຍາຍລະບົບສະໜອງຜະລິດຕະພັນກະເສດ, ການສຶກສາ, ການບິນ ແລະ ການທ່ອງທ່ຽວ. ນອກນັ້ນ, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາປະເພດສິນຄ້າບຸລິມະສິດ ເພື່ອສຳຜັດກັບຕະຫລາດຂອງແຕ່ລະຝ່າຍ ຄືໝາກນາວ ແລະ ໝາກພຸກຂອງ ຫວຽດນາມ; ໝາກສະຕາບີລີ ແລະ ໝາກອຶຂອງ ນິວຊີແລນ ແລະ ສ້າງຄວາມສະດວກການຄ້າ 2 ຝ່າຍ.
(ແຫຼ່ງຄັດຈາກ VOV)

top