ເພື່ອນມິດ ກັບ ຫວຽດນາມ

ວົງດົນຕີ Hanoi Brass Community

ວົງດົນຕີ Hanoi Brass Community ໄດ້ກາຍເປັນສະຖານທີ່ສົນໃຈ ສຳລັບຊາວຕ່າງປະເທດ ທ່ີກໍາລັງດໍາລົງຊີວິດ ຢູ່ ຮ່າໂນ້ຍ ທ່ີຊື່ນຊອບຫຼິ້ນ Trumpet, ເພື່ອຮ່ວມກັນສະແດງບັນດາບົດເພງເຊື່ອມຕໍ່ຄວາມຮັກແພງ ຂອງ ເພື່ອນມິດສາກົນ ຢູ່ ຫວຽດນາມ. 
Hanoi Brass Community ໄດ້ສ້າງຕັ້ງເມື່ອປີ 2020, ເປັນຈຸດ ນັດພົບ ຂອງ ນັກສິລະປິນ, ຜູ້ຫຼິ້ນ Trumpet ມາຈາກຫຼາຍປະ ເທດ ໃນໂລກ ທີ່ພວມເຮັດວຽກ ແລະ ອາໄສຢູ່ ຮ່າໂນ້ຍ. ໜຶ່ງໃນບັນດາຜູ້ສ້າງຕັ້ງ ແມ່ນ ນັກສິລະປິນ Yuki (ຍີ່ປຸ່ນ) ແລະ ສິລະປິນ ແຮ່ວງຟ້າມ (ຫວຽດນາມ). ເຂົາເຈົ້າລ້ວນ ແຕ່ມີຄວາມຮັກກັບການຫຼິ້ນ Trumpet ແລະ ເປັນສິລະປິນ ເຄີຍໄດ້ຮັບຜົນສໍາເລັດໃນຂົງເຂດການສະແດງ Trumpet. ວົງດົນຕີດັ່ງກ່າວຕ້ອງ ການສ້າງຈຸດນັດພົບໃຫ້ຜູ້ທີ່ມີຄວາມຮັກກັບການຫຼິ້ນ Trumpet ມາຮ່ວມກັນຫຼິ້ນ, ຮ່ວມກັນສະແດງບົນເວທີ ແລະ ຍິ່ງກວ່ານັ້ນ ແມ່ນແບ່ງປັນເຕັກນິກການຫຼິ້ນ Trumpet ໃຫ້ຫຼາຍຄົນຮູ້. 

ນັກສິລະປິນ Yuki ໃຫ້ຮູ້ວ່າ: “ພາຍຫຼັງຕັ້ງໃຈ ມາເປັນເວລາຫຼາຍປີ, ພວກຂ້າພະເຈົ້າ-ຜູ້ທີ່ມີຄວາມຫຼົງໄຫຼພິເສດ ແລະ ມີຄວາມສະໜິດຕິດພັນກັບ Trumpet ຢາກເປັນຜູ້ເຊື່ອມຕໍ່ ແລະ ແບ່ງປັນຄວາມແປກໃໝ່ ແລະ ຄວາມສະດຸ້ງໃຈກ່ຽວກັບ ເຄື່ອງດົນຕີປະ ເພດນີ້”. ປັດຈຸບັນ, Hanoi Brass Community ມີສະມາຊິກ ປະ ມານ 20 ຄົນ ທີ່ມາຈາກຍີ່ປຸ່ນ, ແອັດສະປາຍ, ສ ອາເມລິກາ... ພວມເຮັດວຽກ ແລະ ອາໄສຢູ່ ຮ່າໂນ້ຍ. ເຂົາເຈົ້າໄດ້ນຳເອົາບັນ ດາ ທຳນອງສຽງດົນຕີ Trumpet ມາເປັນ ຂົວເຊື່ອມຕໍ່ລະຫວ່າງບັນດາໝູ່ເພື່ອນ ຢ່າງບໍ່ມີພົມແດນ ແລະ ປະກອບສ່ວນໂຄສະ ນາເຜີຍແຜ່ວັດທະນະທຳ ດົນຕີສາກົນ ແລະ ຫວຽດນາມ ຢ່າງເລິກເຊິ່ງ.


ຜູ້ຕາງໜ້າຂອງວົງດົນຕີ Hanoi Brass Community ໃນກອງປະຊຸມຂ່າວ ແນະນຳບັນດາໂຄງການດົນຕີຂອງສະຖາບັນ Goethe. ພາບ: ແທງຢາງ/VNP


ບັນດາສະມາຊິກໃນວົງດົນຕີ Hanoi Brass Community ພວມກະກຽມເຄື່ອງດົນຕີ ເພື່ອການຝຶກແອບ. ພາບ: ແທງຢາງ/VNP


ທຸກອາທິດ, ບັນດາສະມາຊິກ ໃນວົງດົນຕີ Hanoi Brass Community ໄດ້ຈັດໜ້າວຽກ ຂອງຕົນ ເພື່ອພົບປະ ແລະ ຝຶກ ແອບດົນຕີ ເປັນປະຈຳ. ພາບ: ແທງຢາງ/VNP


ບັນດາສະມາຊິກໃນວົງດົນຕີ Hanoi Brass Community ສ່ວນຫຼາຍແມ່ນຄົນຕ່າງປະເທດ ພວມຢູ່ ແລະ ເຮັດວຽກທີ່ ຫວຽດນາມ. ພາບ: ແທງຢາງ/VNP


ບັນດາສະມາຊິກໃນວົງດົນຕີ Hanoi Brass Community ລ້ວນ ແຕ່ມີຄວາມຮັກກັບການຫຼິ້ນ Trumpet. ພາບ: ແທງຢາງ/VNP


ນອກຈາກການສະແດງບັນດາບົດເພງຕ່າງປະເທດ, ບັນດາສະມາຊິກໃນວົງດົນຕີ Hanoi Brass Community ຍັງສະແດງບັນດາບົດເພງ ຫວຽດນາມ ອີກດ້ວຍ. ພາບ: ແທງຢາງ/VNP

ໃນປີ 2020, 2021, ເຖິງວ່າ ໄດ້ຮັບຜົນກະທົບຈາກການ ລະ ບາດ ໂຄວິດ-19, ແຕ່ປະຊາຄົມ Trumpet ໄດ້ເຮັດຫຼາຍສິ່ງຫຼາຍຢ່າງທີ່ມີຄວາມໝາຍຄື: ສະແດງດົນຕີຕາມຮູບແບບທາງໄກ ແລະ ໂດຍກົງ, ສົມທົບກັບສະຖາບັນ Goethe ໃນລາຍການ ປະ ສານດົນຕີ “ດົນຕີ ສະຕະວັດທີ XX”; ຈັດຕັ້ງ ສັບປະດາ Hanoi Brass Week ກັບບັນດາ ຫ້ອງຮຽນ Masterclasses, ເຊື້ອເຊີນນັກສິລະປິນ ແລະ ຄູອາຈານ ຫຼາຍຄົນທີ່ມີຊື່ສຽງ ຂອງ ຫວຽດ ນາມ ແລະ ເຢຍລະມັນ ມາສິດສອນ, ແນະນຳຄວາມຮູ້ຂັ້ນພື້ນ ຖານ ແລະ ບັນດາບົດຝຶກຫັດ ສະເພາະ ກ່ຽວກັບສິລະປະການສະແດງ Trumpet ທຸກປະເພດ. ບັນດາ ຫ້ອງຮຽນຈັດຂຶ້ນໂດຍກົງ ທີ່ສະຖາບັນ Goethe ແລະ ຕາມຮູບແບບທາງໄກ ໄດ້ດຶງດູດການເຂົ້າຮ່ວມຂອງ ນັກຮຽນ ຫຼາຍຮ້ອຍຄົນ. ແຕ່ລະມື້, ຈະໄດ້ຈັດບັນດາລາຍການປະສານ ດົນຕີ ໃນໄລຍະສັ້ນ ເພື່ອໃຫ້ບັນດານັກຮຽນ ມີໂອກາດໄດ້ສຳຜັດ ກັບຄວາມຮູ້ສຶກ ຂອງ ນັກສິລະປິນຄົນໜຶ່ງ ທີ່ພວມສະແດງຢູ່ບົນເວທີ. 

ພິເສດ, ອາຈານສອນ ຢູ່ຫ້ອງຮຽນທຸກຫ້ອງ ລ້ວນແຕ່ເປັນນັກ ສິ ລະປິນ ທີ່ມີຊື່ສຽງ, ເປັນສະມາຊິກ ຂອງ ບັນດາວົງ ດົນຕີ ທີ່ມີຊື່ ສຽງໂດງດັ່ງຄື: Berlin State Opera, the Deutsche Oper, Lübeck Philharmonic Orchestra, Deutschlandradio Kultur, Chicago Symphony Orchestra…

ປີ 2021, Hanoi Brass Community ໄດ້ສະມາຄົມ Trumpet ສາກົນ ເຊີນມາສະແດງ ເພື່ອສ້າງເປັນປະຊາຄົມ Trumpet ໜຶ່ງທີ່ມີຄວາມພັດທະນາ, ການແລກປ່ຽນ ແລະ ຮໍ່າຮຽນເຊິ່ງ ກັນ ແລະ ກັນ ລະຫວ່າງບັນດາປະເທດ. ນອກຈາກນີ້ ຍັງເປັນກຽດທີ່ຫວຽດນາມ ສາມາດແບ່ງປັນດົນຕີ ກັບບັນດາ ເພື່ອນມິດໃນພາກພື້ນ ອາຊີ ຄື: ໄທ, ສປ ຈີນ, ຍີ່ປຸ່ນ, ໄຕ້ຫວັນ, ເກົາຫຼີ, ອິນໂດເນເຊຍ, ສິງກະໂປ, ອິນເດຍ ແລະ ຟິລິບປິນ. 

Hanoi Brass Community ມີນັກສິລະປິນ ດົນຕີສາກົນ ຫຼາຍຄົນເຊັ່ນ: ທ່ານ Jose Antonio Rodriguez Vazquez - ນັກສິລະປິນ Trumpet ມາຈາກ ແອັດສະປາຍ. ທ່ານ Jose ບໍ່ພຽງແຕ່ເປັນ ນັກສິລະປິນ Trumpet ດີເດັ່ນເທົ່ານັ້ນ, ຍັງຮູ້ຫຼິ້ນ Tuba ແລະ Euphonium ອີກດ້ວຍ. ນອກຈາກນັກສິລະປິນ ສາກົນ, Hanoi Brass Community ກໍ່ຍັງມີນັກສິລະປິນ Trumpet ຫວຽດນາມ ຫຼາຍຄົນ ເຊັ່ນ: ນັກສິລະປິນ ຟ້າມເຖ໋ແຮວ່ງ. ພ້ອມກັບການຄົ້ນ ຄວ້າ ແລະ ທົດລອງປະສານສົມທົບ ລະຫວ່າງ ວັດທະນະທຳມູນເຊື້ອ ຫວຽດນາມ ກັບ Trumpet ຂອງ ຕົນ, ທ່ານ ແຮວ່າງ ໄດ້ຮ່ວມມືກັບ ກອງທຶນການສຶກສາ ອາຊີ ຂອງ ມະຫາວິທະຍາໄລ Melbourne ເພື່ອນໍາດົນຕີພື້ນເມືອງ ເຂົ້າໃນລະບົບດົນຕີ Podcast Building BRIDGE ເພື່ອສະເຫຼີມສະຫຼອງ ວັນຄູໂລກ ໃນລະບົບດົນຕີ Podcast ທີ່ໄດ້ພັດທະນາ ບົນພື້ນຖານດົນຕີ ອອນລາຍ Spotify.


ວົງດົນຕີ Hanoi Brass Community ໃນການສະແດງ ກາງ ແຈ້ງ. ພາບ: ແທງຢາງ/VNP


ບັນດາສະມາຊິກ ໃນວົງດົນຕີ Hanoi Brass Community ຮ່ວມກັນສະແດງ ໃນລາຍການ ປະສານດົນຕີ ທີ່ສະຖາບັນ Goethe. ພາບ: ແທງຢາງ/VNP


ວົງດົນຕີ Hanoi Brass Community ສະແດງບົດເພງ “ຫວຽດນາມ ບ້ານເກີດເມືອງນອນ ຂອງ ຂ້າພະເຈົ້າ” ຂອງນັກ ດົນຕີ ໂດ໋ຍ້ວນ ໃນລາຍການປະສານດົນຕີ “ດົນຕີ ສະຕະວັດ ທີ XX”. ພາບ: ເອກະສານໂດຍ Hanoi Brass Community ສະໜອງ


ວົງດົນຕີ Hanoi Brass Community ໃນການສະແດງ ກາງ ແຈ້ງ. ພາບ: ແທງຢາງ/VNP

ພ້ອມກັບ Trumpet, Hanoi Brass Community ໄດ້ສະແດງ ດົນຕີ ເພື່ອປະຊາຄົມ ຫຼາຍລາຍການຄື: ພົບປະແລກ ປ່ຽນ ກັບ ເດັກນ້ອຍ ແລະ ຊຸມຊົນ ເລກ 16, ບ້ານ ຝຸກເຕິນ ໃນພິທີ ເປີດນຳໃຊ້ ສະຖານທ່ີຫຼິ້ນ ຢູ່ກາງແມ່ນໍ້າແດງ, ສອນ ແລະ ສະແດງ ດົນຕີເພື່ອຮັບໃຊ້ ນັກຮຽນຢູ່ Wonder Kindergarten ແລະ ການປະ ສານດົນຕີ ສະຫຼອງວັນ ຄຣິດສະມາດ ຫຼາຍລາຍການ ຢູ່ ນະຄອນ ຫຼວງ ຮ່າໂນ້ຍ. 

ໃນທຸກໆ ວັນເສົາ ຂອງອາທິດ, Hanoi Brass Community ຍັງຝຶກ ແອບດົນຕີ ຢູ່ສະຖາບັນ Goethe ຮ່າໂນ້ຍ. ສະຖາບັນ Goethe ຍັງເປັນບ່ອນ ສ້າງເງື່ອນໄຂ ໃຫ້ແກ່ Hanoi Brass Community ໄດ້ເປີດກວ້າງ ແລະ ຂະຫຍາຍຄຸນຄ່າ Trumpet ຢູ່ ຫວຽດນາມ. ຫວັງວ່າ ໃນເວ ລາ ຈະມາເຖິງ, Hanoi Brass Community ສືບຕໍ່ພ້ອມກັບ Trumpet ຮັບໃຊ້ປະຊາຊົນ ໄດ້ຫຼາຍກວ່າເກົ່າ ເພື່ອໃຫ້ທຸກຄົນ ສາມາດຫຼິ້ນ Trumpet, ຫຼິ້ນດົນຕີ ແລະ ສ້າງຄວາມມ່ວນຊື່ນ ໃຫ້ກັບຕົນ ຜ່ານການຫຼິ້ນດົນຕີ. 
ບົດ: ບິກເວິນ - ພາບ: ແທງຢາງ ແລະ ເອກະສານ -ແປໂດຍ: ຢືຟຽນ

top