ຂ່າວສານ

ວົງຄະນະຍາດຊາວຫວຽດນາມ ອາໄສຢູ່ລາວ ຮ່ວມແຮງຮ່ວມໃຈສະກັດກັ້ນໂລກລະບາດ

      ປັດຈຸບັນ, ຊາວຫວຽດນາມພວມດໍາລົງຊີວິດທໍາມາຄ້າຂາຍຢູ່ທຸກໆແຂວງ, ນະຄອນໃນທົ່ວປະເທດລາວ ພວມມີບັນດາການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາປະເທດລາວ, ກໍຄືໃນວຽກງານສະກັດກັ້ນໂລກລະບາດໂຄວິດ - 19.

ແຈກຢາຍຜ້່າອັດປາກຢູ່ວັດ ບາງລອງ ຢູ່ນະຄອນຫຼວງວຽງຈັນ
              ທ້າວເລວັນມິງເຈົາ ເວົ້າວ່າ:
        ເຮົາໄດ້ກໍານົດເຖິງພາລະບົດບາດຂອງຕົນໃນການຮັກສາສຸຂະພາບ, ດັ່ງນັ້ນ ກໍບໍ່ມີຄວາມເປັນຫ່ວງຫຍັງເລີຍ. ຢູ່ບ່ອນໃດກໍຄວນຢູ່ບ່ອນນັ້ນເລີຍ, ບໍ່ເຄື່ອນຍ້າຍ, ບໍ່ເຕົ້າໂຮມຫຼາຍຄົນ, ບໍ່ໄປຮ້ານດື່ມກາເຟ”.
        ສ່ວນທ້າວ ຫວູດຶກຕ໊ວນ ເຈົ້າຂອງຮ້ານປິ້ງໄກ ຢູ່ນະຄອນຫຼວງວຽງຈັນ ກໍໄດ້ຕິດຕາມຂ່າວ ກ່ຽວກັບວຽກງານສະກັດກັ້ນ ໂລກລະບາດໂຄວິດ - 19 ຂອງລັດຖະບານລາວ ແລະ ສະຖານທູດຫວຽດນາມ ຢ່າງເປັນປະຈໍາ. ທ້າວຕ໊ວນເວົ້າວ່າ:
        “ຜ່ານການລາຍງານຂອງກະຊວງສາທາລະນະສຸກລາວ ແລະສະຖານກົງສູນກ່ຽວກັບວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດ, ພວກຂ້າພະເຈົ້າກໍໄດ້ປິດປະຕູຮ້ານຕາມການກໍານົດ, ຊື້ນໍ້າຢາລ້າງມື, ຜ້າອັດປາກ ໃຫ້ແກ່ພາລະກອນ ເພື່ອຮັບປະກັນການຕິດເຊື້ອໄວຣັດ”. 
 (ແຫຼ່ງຄັດຈາກ VOV)


top