ຂ່າວສານ

ວົງການນັກຊ່ຽວຊານ ຕີລາຄາການພັດທະນາເສດຖະກິດຂອງຫວຽດນາມ

      ຫວຽດນາມ - ຈາກປະເທດໜຶ່ງທີ່ທຸກຍາກທີ່ສຸດໃນໂລກ ໄດ້ກາຍເປັນປະເທດມີລະດັບການເຕີບໂຕສູງ, ທຽບເທົ່າກັບຈີນ ເຊິ່ງແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີສອງໃນໂລກ.
        ຫວ່າງມໍ່ໆມານີ້, ເວັບໄຊ hackernoon.com ໄດ້ລົງບົດຂຽນໄຈ້ແຍກກ່ຽວກັບບັນດາປັດໄຈທີ່ປະກອບສ່ວນເຂົ້າໃນການຊຸກຍູ້ການຫັນປ່ຽນຂອງເສດຖະກິດຫວຽດນາມ ໃນ 20 ປີຜ່ານມາ, ຈາກປະເທດໜຶ່ງທີ່ທຸກຍາກທີ່ສຸດໃນໂລກ ໄດ້ກາຍເປັນປະເທດມີລະດັບການເຕີບໂຕສູງ, ທຽບເທົ່າກັບຈີນ ເຊິ່ງແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີສອງໃນໂລກ.
        ແລະອີກບົດຂຽນບົດໜຶ່ງໄດ້ຄັດສະເໜີການຄົ້ນຄວ້າຫວ່າງມໍ່ໆມານີ້ຂອງ ທະນາຄານໂລກ ໂດຍຖືວ່າ ການເຕີບໂຕເສດຖະກິດຂອງຫວຽດນາມ ແມ່ນໝາກຜົນແຫ່ງການປ່ຽນແປງໃຫຍ່ 03 ຢ່າງ ລວມມີ ບັນດານະໂຍບາຍການຄ້າເສລີ, ໂຍະຍານບັນດາຂໍ້ກໍານົດ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍດໍາເນີນທຸລະກິດ, ລົງທຶນກໍ່ສ້າງຊັບພະຍາກອນມະນຸດ ແລະ ພື້ນຖານໂຄງລ່າງ. ບັນດາຄວາມມານາພະຍາຍາມຂອງລັດຖະບານຫວຽດນາມ ພວມໄດ້ຮັບການຕອບແທນຈາກນະໂຍບາຍການຄ້າເສລີ ດ້ວຍບັນດາຂໍ້ຕົກລົງສະບັບໃໝ່, ຫຼຸດຜ່ອນຄ່າເສຍພາສີອາກອນ ສໍາລັບບັນດາການເຄື່ອນໄຫວດ້ານການຄ້າສາກົນ ແລະ ເພີ່ມກໍາລັງຄວາມສາມາດໃນການແກ້ງແຍ້ງໃນພາກພື້ນ. ຫວຽດນາມ ບັນລຸໄດ້ລະດັບເຕີບໂຕເສດຖະກິດສູງສຸດໃນທົດສະວັດນີ້, ດ້ວຍລະດັບເຕີບໂຕໃນປີ 2017 ບັນລຸເຖິງ 6,8%, ລື່ນກາຍຄາດໝາຍ 6,7% ທີ່ໄດ້ວາງໄວ້.
 (ແຫຼ່ງຄັດຈາກ VOV)


top