ຂ່າວສານ

ວູງເຕົ່າ ເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວກັບບັນດານະຄອນຢູ່ພາກພື້ນອາຊີ - ປາຊີຟິກ

TPO ແມ່ນເຄືອຂ່າຍບັນດານະຄອນທ່ອງທ່ຽວຂອງພາກພື້ນ ອາຊີ - ປາຊີຟິກ ໄດ້ຮັບການສ້າງຕັ້ງທີ່ກອງປະຊຸມບັນດານະຄອນ ອາຊີ - ປາຊີຟິກ (APCS) ຄັ້ງທີ 5
ທີ່ການຕ້ອນຮັບ (ພາບ: TTXVN)

ວັນທີ 17 ມີນາ, ກອງປະຊຸມປະຈຳປີຂອງອົງການ TPO 2023 ສະຫງວນໃຫ້ສະມາຊິກ ຫວຽດນາມ ຂອງອົງການສົ່ງເສີມການທ່ອງທ່ຽວບັນດານະຄອນຢູ່ພາກພື້ນອາຊີ - ປາຊີຟິກ (TPO) ໄດ້ຈັດຂຶ້ນຢູ່ນະຄອນ ວູງເຕົ່າ ດ້ວຍຫົວຂໍ້ “ການເຕົ້າໂຮມສີຂຽວ”.

ເນື່ອງໃນໂອກາດນີ້, ວັນທີ 16 ມີນາ, ທ່ານ ຮ່ວາງຫວູແທັງ, ປະທານຄະນະກຳມະການປະຊາຊົນນະຄອນ ວູງເຕົ່າ, ແຂວງ ບ່າເຣີຍ - ວູງເຕົ່າ ໄດ້ຕ້ອນຮັບທ່ານ Woo Kyungha, ເລຂາທິການໃຫຍ່ອົງການ TPO ເນື່ອງໃນໂອກາດມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມ. ທ່ານ ຮ່ວາງຫວູແທັງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ວູງເຕົ່າ ຈະໄດ້ຮັບການໜູນຊ່ວຍຈາກທ່ານເລຂາທິການໃຫຍ່ ແລະ ບັນດາສະມາຊິກໃນຂົງເຂດທ່ອງທ່ຽວ ໜູນຊ່ວຍນະຄອນໃນການເຊື່ອມຕໍ່, ໂຄສະນາຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທ້ອງຖິ່ນໄປຍັງວິສາຫະກິດ ສ.ເກົາຫຼີ ໃນຫຼາຍຂົງເຂດ, ຄື: ການພັດທະນາພື້ນຖານໂຄງລ່າງເຂດຕົວເມືອງ, ຕົວເມືອງອັດສະລິຍະ, ເຕັກໂນໂລຊີຂໍ້ມູນຂ່າວສານ, ການສຶກສາ, ສາທາລະນະສຸກ…

ສ່ວນທ່ານ Woo Kyungha ຕີລາຄາສູງເລື່ອງກອງປະຊຸມປະຈຳປີຂອງອົງການ TPO 2023 ສະຫງວນໃຫ້ສະມາຊິກ ຫວຽດນາມ ໄດ້ຈັດຂຶ້ນຢູ່ ວູງເຕົ່າ. ການຢ້ຽມຢາມແມ່ນໂອກາດເພື່ອສຳຜັດກັບຕົວຈິງ, ນະໂຍບາຍ ແລະ ທ່ອງທ່ຽວຂອງນະຄອນ ວູງເຕົ່າ ໂດຍກົງ, ພ້ອມທັງປາດຖະໜາຢ່າງປະກອບເຫື່ອແຮງພ້ອມກັບTPO ສ້າງຍຸດທະສາດໃນອະນາຄົດ.


top