ຂ່າວສານ

ວິ​ສາ​ຫະ​ກິດເ​ລິ່ມ​ເຮັດ​ວຽກ​ຍາມ​ຕົ້ນ​ປີ​ໃໝ່

ໃນວັນເລີ່ມເຮັດວຽກທຳອິດປີນີ້, ບໍລິສັດ Hoya Glass Disk ຫວຽດນາມ ຈຳກັດກໍ່ມີແຮງງານ 1000 ຄົນມາເຮັດວຽກ.
ແຮງງານ ບໍລະສັດ Elentec ຫວຽດນາມ ຈຳກັດ (ພາບ: P. Ha/hanoimoi)

 ວັນທີ 21 ກຸມພາ, ກົງກັບວັນທີ 5 ຂອງບຸນເຕັດ, ປີມະເມຍ, ຫຼາຍວິສາຫະກິດໃນບໍລິເວນ ຮ່າໂນ້ຍ ໄດ້ພ້ອມກັນເປີດກະຕູ, ກຳມະກອນ, ແຮງງານໄດ້ກັບມາເຮັດວຽກເປັນປົກກະຕິ. ຢູ່ບັນດາເຂດອຸດສາຫະກຳ ແລະ ເຕັກໂນໂລຊີສູງໃນບໍລິເວັນນະຄອນ, ບັນດາຍາກາດການຜະລິດໄດ້ກັບຄືນສູ່ຄວາມເປັນປົກກະຕິໂດຍໄວ.

   ບໍລະສັດ Elentec ຫວຽດນາມ ຈຳກັດ ມີກຳມະກອນ, ແຮງງານປະມານ 2200 ຄົນ, ໃນວັນທຳອິດຂອງປີໃໝ່ໄດ້ມີແຮງງານປະມານ 65% ກັບມາເຮັດວຽກ.

ໃນວັນເລີ່ມເຮັດວຽກທຳອິດປີນີ້, ບໍລິສັດ Hoya Glass Disk ຫວຽດນາມ ຈຳກັດກໍ່ມີແຮງງານ 1000 ຄົນມາເຮັດວຽກ. ສ່ວນໃນວັນທີ 21 ກຸມພາ, ກຳມະກອນ, ແຮງງານທັງໝົດໃນບໍລິສັດໄດ້ກັບມາເຮັດວຽກຕາມແຜນການ.


top