ຂ່າວສານ

ວິ​ສາ​ຫະ​ກິດ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ດຳ​ເນີນ​ທຸ​ລະ​ກິດ​ສາ​ກົນ Selangor

ປີ 2022 ແມ່ນປີທີ 6 ທີ່ SIBS ໄດ້ຮັບການຈັດຂຶ້ນ. ມາຮອດປັດຈຸບັນ, ນີ້ແມ່ນກອງປະຊຸມສຸດຍອດດຳເນີນທຸລະກິດໃຫຍ່ທີ່ສຸດນັບ ແຕ່ໄດ້ຈັດຂຶ້ນໃນພາກພື້ນ ດ້ວຍຮ້ານວາງສະແດງຂາຍສິນຄ້າ 906 ຮ້ານທີ່ມາຈາກ 24 ປະເທດ, ດຶງດູດການເຂົ້າຮ່ວມຂອງນັກລົງທຶນ ເກືອບ 30.000 ຄົນ.

ຜູ້ແທນບັນດາປະເທດເຂົ້າຮ່ວມກອງປະຊຸມ

ວັນທີ 6 ຕຸລາ, ກອງປະຊຸມສຸດຍອດດຳເນີນທຸລະກິດສາກົນ Selangor ຄັ້ງທີ 6 (SIBS) 2022 ໄດ້ໄຂຂຶ້ນຢູ່ສູນກອງປະຊຸມ Kuala Lumpur, Malaysia. ໃນຂອບເຂດ 4 ວັນດຳເນີນກອງປະຊມ, ມີ 6 ເຫດການຫຼັກໄດ້ ຈັດຂຶ້ຮລວມມີ: ງານວາງສະແດງສະບຽງອາຫານ ແລະ ເຄື່ອງດື່ມສາກົນ Selangor, ກອງປະຊຸມ ແລະ ງານວາງສະແດງສາກົນ ກ່ຽວກັບວັດຖຸອຸປະກອນການແພດ, ກອງປະຊຸມວິສາຫະກິດ ອາຊຽນ Selangor, ນະຄອນອັດສະລິຍະ ແລະ ເສດຖະກິດດີຈີຕອນ Selangor, ງານວາງສະແດງປະດິດຄິດສ້າງ Selangor R&D, ງານຕະຫຼາດນັດວາງສະແດງເຂດອຸດສາຫະກຳ Selangor.

ປີ 2022 ແມ່ນປີທີ 6 ທີ່ SIBS ໄດ້ຮັບການຈັດຂຶ້ນ. ມາຮອດປັດຈຸບັນ, ນີ້ແມ່ນກອງປະຊຸມສຸດຍອດດຳເນີນທຸລະກິດໃຫຍ່ທີ່ສຸດນັບ ແຕ່ໄດ້ຈັດຂຶ້ນໃນພາກພື້ນ ດ້ວຍຮ້ານວາງສະແດງຂາຍສິນຄ້າ 906 ຮ້ານທີ່ມາຈາກ 24 ປະເທດ, ດຶງດູດການເຂົ້າຮ່ວມຂອງນັກລົງທຶນ ເກືອບ 30.000 ຄົນ.

ຫວຽດນາມມີ 8 ຮ້ານວາງສະແດງຂາຍສິນຄ້າ ເຂົ້າຮ່ວມໃນຈຳນວນທັງໝົດ 421 ຮ້ານຂອງງານວາງສະແດງສະບຽງອາຫານ ແລະ ເຄື່ອງດື່ມ ສາກົນ Selangor ດ້ວຍປະເພດຜະລິດຕະພັນກະເສດຫຼາຍຊະນິດທີ່ເປັນທ່າແຮງຄື: ກາເຟ, ຊາ, ໝາກພິກໄທ, ໝາກມ່ວງຫິມະພານ ແລະ ໝາກໄມ້ສົດ… ທ່ານ ຫງວຽນຝູເກື່ອງ ທູດການຄ້າ ຫວຽດນາມ ປະຈຳ ມາເລເຊຍ ຖືວ່າ: ມາເລເຊຍ ແມ່ນຕະຫຼາດສົ່ງອອກໃຫຍ່ຂອງ ຫວຽດນາມ ດ້ວຍທ່າໄດ້ປຽບທາງດ້ານພູມສາດ ແລະ ມີຈຸດທີ່ຄ້າຍຄືກັນທາງດ້ານວັດທະນະທຳຫຼາຍຢ່າງ, ດ່ັງນັ້ນ ບັນດາວິສາຫະກິດ ຫວຽດນາມ ຄວນຍາດແຍ່ງເອົາກາລະໂອກາດນີ້.

(ແຫຼ່ງຄັດຈາກ VOV)

top