ຂ່າວສານ

ວິ​ສາ​ຫະ​ກິດ ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ເຂົ້າ​ຮ່ວມ​ລະ​ບົບ​ຜະ​ລິດ​​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດຢ່າງ​ເລິກ​ເຊິ່ງ

ທ່ານ ນາງຫງວຽນມິງຮັ່ງ ສະເໜີບັນດາວິສາຫະກິດ, ນັກລົງທຶນບັນດາປະເທດເພີ່ມທະວີການລົງທຶນເຂົ້າຂົງເຂດບຸລິມະສິດຂອງ ຫວຽດນາມຄື: ການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ນະວັດຕະກຳ, ພະລັງງານທົດແທນ, ພັດທະນາສູນການເງິນ…
ທ່ານ ນາງຫງວຽນມິງຮັ່ງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ເປັນແຂກຖືກເຊີນເຂົ້າຮ່ວມການໂອ້ລົມສົນທະນາ (ພາບ: baoquocte.vn)

ທ່ານ ນາງຫງວຽນມິງຮັ່ງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫາກໍ່ເຂົ້າຮ່ວມກອງປະຊຸມການລົງທຶນທົ່ວໂລກ HSBC (GIS) ຄັ້ງທີ 2 ຢູ່ຮົ່ງກົງ (ຈີນ) ໃນລະຫວ່າງວັນທີ 25 – 26 ມີນາ. ທ່ານ ຮອງລັດຖະມົນຕີການຕ່າງປະເທດ ນາງຫງວຽນມິງຮັ່ງ ແມ່ນແຂກຖືກເຊີນເຂົ້າຮ່ວມການໂອ້ລົມສົນທະນາ “ຫວຽດນາມ - ສະຖານທີ່ລົງທຶນຕໍ່ໄປ”, ດ້ວຍການເຂົ້າຮ່ວມຂອງການນຳຫຼາຍທ່ານໃນພາກພື້ນຂອງທະນາຄານ HSBC ແລະ ການນຳຂອງບັນດາກຸ່ມບໍລິສັດໃຫຍ່ໃນໂລກ.

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ ນາງຫງວຽນມິງຮັ່ງ ສະເໜີບັນດາວິສາຫະກິດ, ນັກລົງທຶນບັນດາປະເທດເພີ່ມທະວີການລົງທຶນເຂົ້າຂົງເຂດບຸລິມະສິດຂອງ ຫວຽດນາມຄື: ການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ນະວັດຕະກຳ, ພະລັງງານທົດແທນ, ພັດທະນາສູນການເງິນ… ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກໃຫ້ບັນດາວິສາຫະກິດໃຫ້ຄຳປຶກສາກ່ຽວກັບບັນດາມາດຕະການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຍົກສູງຄວາມສາມາດໃນການແກ້ງແຍ້ງ, ພ້ອມທັງປະກອບສ່ວນຊຸກຍູ້ຄວາມສະໜິດຕິດພັນລະຫວ່າງກຸ່ມວິສາຫະກິດເອກະຊົນ ຫວຽດນາມ ກັບບັນດາວິສາຫະກິດລົງທຶນຕ່າງປະເທດ, ສະໜັບສະໜູນບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບຜະລິດ ແລະ ລະບົບມູນຄ່າຂອງບັນດານັກລົງທຶນຕ່າງປະເທດຢ່າງເລິກເຊິ່ງກ່ວາອີກ.


top