ຂ່າວສານ

ວິ​ສາ​ຫະ​ກິດ ຫວຽດ​ນາມ ຄົ້ນ​ຄວ້າ, ສຳ​ຫຼວດ​ການ​ພັດ​ທະ​ນາ​​ໂຮງ​ງານ​ໄຟ​ຟ້າ​ແຮງ​ລົມ​ຢູ່ ລາວ

ໂຄງການກໍ່ສ້າງໂຮງງານໄຟຟ້າແຮງລົມ AMI Savannakhet ນອນໃນເປົ້າໝາຍພັດທະນາຂອງລັດຖະບານລາວ ເພື່ອແນໃສ່ຜະລິດໄຟຟ້າ ນໍາໃຊ້ຢູ່ພາຍໃນປະເທດ ແລະ ສົ່ງອອກ.
  (ພາບປະກອບ: TTXVN)  

ຕອນຄ່ຳວັນທີ 8 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ດຳເນີນພິທີລົງນາມໃນບົດບັນທຶກຊ່ວຍຈຳ (MOU) ກ່ຽວກັບການຄົ້ນຄວ້າສຳຫຼວດຄວາມເປັນໄປໄດ້ໃນການພັດທະນາໂຄງການກໍ່ສ້າງໂຮງງານໄຟຟ້າແຮງລົມ Ami Savannakhet, ຢູ່ເມືອງ ເຊໂປນ, ແຂວງ ສະຫວັນນະເຂດ ລະຫວ່າງບໍລິສັດຫຸ້ນສ່ວນ ລົງທຶນ AMI Renewables ກວ໋າງບິ່ງ ກັບ ລັດຖະບານ ລາວ. ຕາມນັ້ນແລ້ວ, ໃນໄລຍະທີ 1, ບໍລິສັດຫຸ້ນສ່ວນລົງທຶນ AMI Renewables ກວ໋າງບິ່ງ ຈະສຶກສາຄົ້ນຄວ້າຄວາມເປັນໄປໄດ້ໃນການພັດທະນາໂຄງການດັ່ງກ່າວ ດ້ວຍກຳລັງແຮງການຜະລິດຄາດວ່າປະມານ 252 MW. ໃນອະນາຄົດ, ຈະສຶກສາຄົ້ນຄວ້າເພື່ອຍົກກຳລັງແຮງການຜະລິດຂອງໂຄງການຂຶ້ນເປັນ 1.215 MW.

ໂຄງການກໍ່ສ້າງໂຮງງານໄຟຟ້າແຮງລົມ AMI Savannakhet ນອນໃນເປົ້າໝາຍພັດທະນາຂອງລັດຖະບານລາວ ເພື່ອແນໃສ່ຜະລິດໄຟຟ້າ ນໍາໃຊ້ຢູ່ພາຍໃນປະເທດ ແລະ ສົ່ງອອກ. ບໍລິສັດ ຫຸ້ນສ່ວນ ລົງທຶນ AMI Renewables ຫວັງວ່າ ໂຄງການດັ່ງກ່າວຈະປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ພ້ອມທັງຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ ຫວຽດນາມ -ລາວ ຢູ່ແຂວງ ກວ໋າງບິ່ງ.


top