ງານວາງສະແດງ IndiaSoft Expo 2026 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ ຈັດຂຶ້ນຢູ່ນະຄອນຫຼວງ New Delhi, ອິນເດຍ, ແຕ່ວັນທີ 23 – 25 ມີນາ.
ຄະນະການນຳ, ວິສາຫະກິດ ຫວຽດນາມ ແລະ ຄະນະຈັດຕັ້ງ IndiaSoft (ພາບ: TTXVN)
ເຂົ້າຮ່ວມເຫດການ, ຄະນະ ຫວຽດນາມ ລວມມີຜູ້ຕາງໜ້າສະຫະສະມາຄົມວິສາຫະກິດ ເອເລັກໂຕນິກ ຫວຽດນາມ (VEIA), ສະຫະສະມາຄົມຊອບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ (VINASA) ພ້ອມດ້ວຍວິສາຫະກິດປະມານ 30 ແຫ່ງທີ່ເຄື່ອນໄຫວໃນບັນດາຂົງເຂດຊອບແວ, ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ, ເອເລັກໂຕນິກ ແລະ ຫັນເປັນດີຈີຕອນ.
ນະທີ່ນີ້, ຄະນະວິສາຫະກິດ ຫວຽດນາມ ແລະ ຄະນະຈັດຕັ້ງ IndiaSoft ໄດ້ແລກປ່ຽນການກຳນົດທິດທາງການຮ່ວມມືໃນຂົງເຂດໄຟຟ້າ, ເອເລັກໂຕນິກ ແລະ ເຕັກໂນໂລຢີດີຈີຕອນ, ສຸມໃສ່: ການພັດທະນາລະບົບສະໜອງເອເລັກໂຕນິກ; ການຮ່ວມມືປະກອບຊອບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ; ຖ່າຍທອດເຕັກໂນໂລຢີ ແລະ ນະວັດຕະກຳ; ຊຸກຍູ້ການເຊື່ອມຕໍ່ວິສາຫະກິດສອງປະເທດ.
ພ້ອມດຽວກັນນັ້ນ, ຄະນະວິສາຫະກິດ ຫວຽດນາມ ກໍໄດ້ເຂົ້າຮ່ວມງານວາງສະແດງ ອິນເດຍ ລວມສູນ (Convergence India) 2026. ນີ້ແມ່ນໜຶ່ງໃນບັນດາເຫດການເຕັກໂນໂລຢີໃຫຍ່ໃນພາກພື້ນ, ດຶງດູດການເຂົ້າຮ່ວມຂອງແຂກເກືອບ 55.000 ເທື່ອຄົນ, ວິສາຫະກິດ 1.000 ແຫ່ງ ທີ່ມາຈາກ 26 ປະເທດ.