ຂ່າວສານ

ວິ​ວັດ​ທະ​ນາ​ການຜັນ​ຂະ​ຫຍາຍ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ໄລ​ຍະ 2025 – 2030

ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດກອງປະຊຸມເຊື່ອມຊືມ, ຈັດຕັ້ງຜັນຂະຫຍາຍການປະຕິບັດກົດໝາຍວ່າດ້ວຍການເຂົ້າຮ່ວມກຳລັງຮັກສາສັນຕິພາບ ສປຊ; ແຜນຮ່າງຂັ້ນຕອນການກະກຽມ, ຜັນຂະຫຍາຍກຳລັງຮັກສາສັນຕິພາບ ສປຊ ຂອງກະຊວງປ້ອງກັນປະເທດໄລຍະ 2025 – 2030 ແລະ ຊຸມປີຕໍ່ໄປ.
ບັນຍາກາດກອງປະຊຸມ

ວັນທີ 11 ກໍລະກົດ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດກອງປະຊຸມເຊື່ອມຊືມ, ຈັດຕັ້ງຜັນຂະຫຍາຍການປະຕິບັດກົດໝາຍວ່າດ້ວຍການເຂົ້າຮ່ວມກຳລັງຮັກສາສັນຕິພາບ ສປຊ; ແຜນຮ່າງຂັ້ນຕອນການກະກຽມ, ຜັນຂະຫຍາຍກຳລັງຮັກສາສັນຕິພາບ ສປຊ ຂອງກະຊວງປ້ອງກັນປະເທດໄລຍະ 2025 – 2030 ແລະ ຊຸມປີຕໍ່ໄປ. ກົດໝາຍວ່າດ້ວຍການເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງ ສປຊ ທີ່ສະພາແຫ່ງຊາດ ຫາກໍ່ຮັບຮອງເອົາ ແລະ ມີຜົນສັກສິດແຕ່ວັນທີ 01 ມັງກອນ 2026.

        ຕາມນັ້ນແລ້ວ, ຮອດປີ 2030, ຫວຽດນາມ ຜັນຂະຫຍາຍໄດ້ແຕ່ 1 ຫາ 2 ກົມກອງໃໝ່ຢູ່ບັນດາຄະນະທີເໝາະສົມ; ຮັບສະໝັກ 1 ສະຫາຍເຂົ້າຕຳແໜ່ງຂັ້ນສູງ. ນັບແຕ່ປີ 2030 ຂຶ້ນເມື່ອ, ມີແຕ່ 3 ຫາ 7 ກົມກອງຢູ່ໃນລະດັບທີ 2 ແລະ ທີ 3 ໃນລະບົບຕີລາຄາກຳລັງຄວາມສາມາດກຽມພ້ອມຜັນຂະຫຍາຍຂອງ ສປຊ ເພື່ອຜັນຂະຫຍາຍເມື່ອມີຄຳສັ່ງຂອງ ສປຊ ແລະ ຮັບສະໝັກສຳເລັດແຕ່ 2 ຕຳແໜ່ງສ່ວນບຸກຄົນຂຶ້ນໄປ.


top