ຂ່າວສານ

ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ແລະ ກະ​ຊວງ​ຖະ​ແຫຼງ​ຂ່າວ ກຳ​ປູ​ເຈຍ ເຊັນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ວ່າ​ດ້ວຍ​ການ​ຮ່ວມ​ມື​ໃນ​ຂະ​ແໜງ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ແລະ ໂທ​ລະ​ພາບ

ຂໍ້ຕົກລົງຮ່ວມມືສະບັບນີ້ ໄດ້ປະກອບສ່ວນເຂົ້າໃນການປັບປຸງ ແລະ ພັດທະນາສາຍພົວພັນຮ່ວມມືສອງຝ່າຍ, ເຮັດໃຫ້ເນື້ອໃນລາຍການກະຈາຍສຽງມີຄວາມອຸດົມສູມບູນຂຶ້ນຕື່ມ ແລະ ຊ່ວຍແລກປ່ຽນຂໍ້ມູນຂ່າວສານຢ່າງວ່ອງໄວທັນການກວ່າ, ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ກຳປູເຈຍ.
  ທ່ານ ໂດ໊ຕຽນສີ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (VOV) ແລະ ທ່ານ Khieu Kanharite ລັດຖະມົນຕີກະຊວງຖະແຫຼງຂ່າວ ກຳປູເຈຍ ໄດ້ລົງນາມໃນບົດບັນທຶກວ່າດ້ວຍການຮ່ວມມືໃນຂະແໜງວິທະຍຸກະຈາຍສຽງ ແລະ ໂທລະພາບ ໄລຍະ 2022 – 2025  

ວັນທີ 8 ພະຈິກ, ຢູ່ນະຄອນຫຼວງ ພະນົມເປັນ, ພາຍໃຕ້ການເປັນສັກຂີພະຍານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hun Sen, ທ່ານ ໂດ໊ຕຽນສີ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (VOV) ແລະ ທ່ານ Khieu Kanharite ລັດຖະມົນຕີກະຊວງຖະແຫຼງຂ່າວ ກຳປູເຈຍ ໄດ້ລົງນາມໃນບົດບັນທຶກວ່າດ້ວຍການຮ່ວມມືໃນຂະແໜງວິທະຍຸກະຈາຍສຽງ ແລະ ໂທລະພາບ ໄລຍະ 2022 – 2025. ຂໍ້ຕົກລົງຮ່ວມມືສະບັບນີ້ ໄດ້ປະກອບສ່ວນເຂົ້າໃນການປັບປຸງ ແລະ ພັດທະນາສາຍພົວພັນຮ່ວມມືສອງຝ່າຍ, ເຮັດໃຫ້ເນື້ອໃນລາຍການກະຈາຍສຽງມີຄວາມອຸດົມສູມບູນຂຶ້ນຕື່ມ ແລະ ຊ່ວຍແລກປ່ຽນຂໍ້ມູນຂ່າວສານຢ່າງວ່ອງໄວທັນການກວ່າ, ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ກຳປູເຈຍ. ຕາມນັ້ນແລ້ວ, ສອງຝ່າຍໄດ້ເຫັນດີເປັນເອກະພາບແລກປ່ຽນບັນດາລາຍການກະຈາຍສຽງ, ໂທລະພາບ; ຮ່ວມກັນຜະລິດບັນດາລາຍການກະຈາຍສຽງ ແລະ ໂທລະພາບ; ແລກປ່ຽນຄະນະປະຕິບັດງານ; ຮ່ວມມືໃນຂົງເຂດເຕັກນິກກະຈາຍສຽງ - ໂທລະພາບ.


top