ຂ່າວສານ

ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ຫັນ​ເປັນ​ດີ​ຈີ​ຕອນ ຕ້ອງ​ປະ​ກອບ​ສ່ວນ 5%ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ

ເມື່ອຫວຽດນາມ ວາງເປົ້າໝາຍການເຕີບໂຕເສດຖະກິດບັນລຸລະດັບສອງຕົວເລກນັ້ນ, ວິທະຍະສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນຕ້ອງປະກອບສ່ວນ5% ເຂົ້າໃນການເຕີບໂຕເສດຖະກິດ.
ພາບປະກອບ: chinhphu.vn

ນີ້ແມ່ນການຢັ້ງຢືນຂອງທ່ານ ຫງວຽນແມັ້ງຮຸ່ງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີຢູ່ກອງປະຊຸມສະຫຼຸບເບື້ອງຕົ້ນການເຄື່ອນໄຫວວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດໄລຍະ 6 ເດືອນຕົ້ນປີ 2025 ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂບຢີຈັດຂຶ້ນໃນຕອນເຊົ້າວັນທີ 14 ກໍລະກົດ, ຢູ່ຮ່າໂນ້ຍ. 6 ເດືອນທ້າຍປີ 2025, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີກຳນົດວ່ານີ້ແມ່ນຈຸດເວລາສຳຄັນ, ມີຄວາມໝາຍຕັດສິນຕໍ່ການປະຕິບັດສຳເລັດແຜນການ 5 ປີ 2021 – 2025 ຢ່າງມີໄຊ. ທ່ານຫງວຽນແມັ້ງຮຸ່ງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ເນັ້ນໜັກວ່າ:

ວິທະຍາສາດເຕັກໂນໂລຢີຕ້ອງມຸ່ງໄປເຖິງໝາກຜົນສຸດທ້າຍນັ້ນແມ່ນຍົກສູງຄວາມສາມາດໃນການແກ້ງແຍ້ງ, ການເຕີບໂຕເສດຖະກິດ, ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ. ນະວັດຕະກຳແມ່ນເສັ້ນທາງເພື່ອໃຫ້ ຫວຽດນາມ ນຳວິທະຍາສາດ ເຕັກໂນໂລຢີໝູນໃຊ້ເຂົ້າຊີວິດ. ການໝູນໃຊ້ເຕັກໂນໂລຢີ, ນະວັດຕະກຳ, ການຖ່າຍທອດເຕັກໂນໂລຢີ, ຍົກສູງປະສິດທິຜົນຂອງການນຳໃຊ້ເຕັກໂນໂລຢີ, ປັບປຸງເຕັກໂນໂລຢີ ແລະ ມຸ່ງໄປເຖິງການປະດິດຄິດສ້າງເຕັກໂນໂລຢີນັ້ນ ແມ່ນເສັ້ນທາງນຳໃຊ້ເຕັກໂນໂລຢີເພື່ອເພີ່ມສະມັດຕະພາບໃນການອອກແຮງງານ.


top