
ກອງປະຊຸມສະມັດຊາໃຫ່ຍ AIPA 41 ແມ່ນບາດກ້າວເດີນຕໍ່ໄປທີ່ສຳຄັນ ເພື່ອໃຫ້ AIPA ສືບຕໍ່ປະຕິບັດວັດຖຸປະສົງ, ເປົ້າໝາຍຊຸກຍູ້ຄວາມສາມັກຄີ, ຄວາມຮູ້, ການຮ່ວມມື, ການພົວພັນຢ່າງສະໜິດແໜ້ນ ລະຫວ່າງບັນດາລັດຖະສະພາຂອງບັນດາປະເທດສະມາຊິກອາຊຽນ ແລະ ຮ່ວມເດີນທາງກັບລັດຖະບານບັນດາປະເທດອາຊຽນ ໃນວິວັດທະນະການສ້າງປະຊາຄົມອາຊຽນ. ບັນດາມະຕິທີ່ຮັບຮອງເອົາ ໄດ້ຍົກອອກບົດບາດສຳຄັນຂອງລັດຖະສະພາ ໃນການຮ່ວມເດີນທາງພ້ອມກັບລັດຖະບານບັນດາປະເທດອາຊຽນ ເພື່ອແກ້ໄຂບັນດາບັນຫາທີ່ຍັງຄົງຂ້າງໃນພາກພື້ນ.
ຄວາມເຫັນດີເຫັນພ້ອມໃນບັນດາບັນຫາລວມ
ຈຸດສຸມຕົ້ນຕໍຂອງ AIPA 41 ແມ່ນຊຸກຍູ້ຄວາມສະໜິດຕິດພັນ, ເປັນເຈົ້າການຮັບມື ແລະ ຟື້ນຟູເສດຖະກິດຂອງອາຊຽນ ພາຍຫຼັງໂລກລະບາດໂຄວິດ 19 ຖືກຢຸດຕິລົງ. AIPA 41 ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ເຖິງຄວາມຕັດສິນໃຈໃນການປະສານສົມທົບການຫັນກົດໝາຍ, ນະໂຍບາຍດ້ານເສດຖະກິດ, ການຄ້າເປັນກົມກຽວ ເພື່ອແນໃສ່ຟື້ນຟູບັນດາການເຄື່ອນໄຫວເສດຖະກິດ, ການທ່ອງທ່ຽວ ພາຍຫຼັງໂລກລະບາດໂຄວິດ 19, ພ້ອມທັງພ້ອມແລ້ວທີ່ຈະສະໜັບສະໜູນອາຊຽນ ເຊັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ RCEP ໃນປີ 2020. ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຝຸ່ງກວັກຫຽນ ຊີ້ແຈ້ງວ່າ:
ການຮ່ວມມືດ້ານເສດະຖິດໃນ AIPA ແມ່ນໜຶ່ງໃນບັນດາບັນຫາຕົ້ນຕໍ, ມີຜົນສະທ້ອນອັນເລິກເຊິ່ງ ຕໍ່ບັນດາຂົງເຂດຮ່ວມມືຂອງພາກພື້ນ. ປະຊາຄົມອາຊຽນ ມີເປົ້າໝາຍສ້າງຕະຫຼາດລວມ ແລະ ຮາກຖານການຜະລິດທີ່ເປັນເອກະພາບ. ເລື່ອງບັນດາປະເທດສະມາຊິກ AIPA ເຫັນດີເຫັນພ້ອມກັບຫົວເລື່ອງ “ບົດບາດຂອງລັດຖະສະພາ ໃນການຊຸກຍູ້ຄວາມສະໜິດຕິດພັນ ແລະ ຟື້ນຟູເສດຖະກິດອາຊຽນ ຫຼັງໂລກລະບາດໂຄສິດ 19” ແມ່ນມີລັກສະນະແທດຈິງ, ແມ່ນສະຖານະການອັນຮີບດ່ວນ ຕໍ່ທຸກໆປະເທດສະມາຊິກ AIPA ແລະ ພາກພື້ນ.
ກອງປະຊຸມສະມັດຊາໃຫ່ຍ AIPA 41 ກໍ່ສະແດງໃຫ້ເຫັນນ້ຳໃຈເປັນເຈົ້າການຮັບມື, ຜ່ານບັນດາຂໍ້ລິເລີ່ມທີ່ສຳຄັນ. ຈຸດພົ້ນເດັ່ນຂອງ AIPA 41 ແມ່ນສ້າງກົນໄກໃໝ່, ນັ້ນແມ່ນກອງປະຊຸມສະມາຊິກລັດຖະສະພາໜຸ່ມ AIPA ເຊິ່ງໄດ້ຈັດຂຶ້ນເປັນປະຈຳທຸກປີ ໃນຂອບເຂດກອງປະຊຸມສະມັດຊາໃຫ່ຍ AIPA. ໂດຍສະແດງໃຫ້ເຫັນທ່າອຽງທີ່ຕັ້ງໜ້າ, ພ້ອມທັງຍົກສູງສະຕິຄວາມຮັບຮູ້ຂອງບັນດາລັດຖະສະພາ AIPA ກ່ຽວກັບບົດບາດຂອງສະມາຊິກລັດຖະສະພາໜຸ່ມ ທີ່ມີຕໍ່ບັນດາບັນຫາພາກພື້ນ.