ຂ່າວສານ

ວິສາຫາກິດ ຫວຽດນາມ-ລາວ ເພີ່ມທະວີໃນການຮ່ວມມືລົງທຶນ

ຫຼາຍໂຄງການລົງທຶນຂອງວິສາຫະກິດຫວຽດນາມ ຢູ່ລາວ ໄດ້ເຄື່ອນໄຫວຢ່າງມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ.

ຫຼາຍໂຄງການລົງທຶນຂອງວິສາຫະກິດຫວຽດນາມ ຢູ່ລາວ ໄດ້ເຄື່ອນໄຫວຢ່າງມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ.

    

ທີ່ກອງປະຊຸມພົບປະນັກທຸລະກິດ ຫວຽດນາມ-ລາວ. (ພາບ: MPI)

ຕອນເຊົ້າ ວັນທີ 21 ມີນາ ຢູ່ນະຄອນຫຼວງວຽງຈັນ, ທ່ານ ຫງວຽນຈີ໋ຢຸງ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ປະທານຄະນະກຳມະການຮ່ວມມື ຫວຽດນາມ - ລາວ ແລະ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາວ, ປະທານຄະນະກຳມະການຮ່ວມມື ລາວ - ຫວຽດນາມ ເປັນປະທານຮ່ວມກອງປະຊຸມພົບປະນັກທຸລະກິດ ຫວຽດນາມ-ລາວ. ນີ້ແມ່ນການເຄື່ອນໄຫວສຳຄັນທຳອິດໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ຂອງທ່ານລັດຖະມົນຕີ ຫງວຽນຈີຢຸງ ໃນຄັ້ງນີ້.

        ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ  ຫງວຽນຈີຢຸງ ຢືນຢັນວ່າ ຫຼາຍໂຄງການລົງທຶນຂອງວິສາຫະກິດຫວຽດນາມ ຢູ່ລາວ ໄດ້ເຄື່ອນໄຫວຢ່າງມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທຳ ແລະ ຍົກສູງລາຍຮັບໃຫ້ແກ່ຊາວຜູ້ອອກແຮງງານນັບພັນຄົນ, ພິເສດແມ່ນໃນຂົງເຂດໂທລະຄົມມະນາຄົມ, ທະນາຄານ, ການປູກ ແລະ ປຸງແຕ່ງ ຢາງພາລາ, ການຜະລິດ...

ຄາດວ່າ, ການປະກອບສ່ວນກ່ຽວກັບພາສີອາກອນ ແລະ ພັນທະທາງດ້ານການເງິນອື່ນໆຂອງວິສາຫະກິດ ຫວຽດນາມ ໃຫ້ ລາວ ໃນ 5 ປີຜ່ານມາ ບັນລຸກວ່າ 1 ຕື້ USD. ດ້ວຍ 200 ກວ່າໂຄງການທີ່ມີຍອດຈຳນວນທຶນຈົດທະບຽນ 5,1 ຕື້ USD, ຫວຽດນາມ ຢືນອັນດັບທີ 3 ໃນຈຳນວນບັນດາປະເທດລົງທຶນຢູ່ ລາວ. ບາງໂຄງການລົງທຶນຂອງວິສາຫະກິດ ຫວຽດນາມ ຢູ່ລາວ ບັນລຸປະສິດທິຜົນ ແລະ ສືບຕໍ່ເພີ່ມແຫຼ່ງເງິນລົງທຶນເພື່ອເປີດກວ້າງໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)


top