ຂ່າວສານ

ວິສາຫະກິດຫຼາຍແຫ່ງເລີ່ມເຄື່ອນໄຫວການຜະລິດມື້ທຳອິດຂອງປີໃໝ່

      ມີວິສາຫະກິດຫຼາຍແຫ່ງໄດ້ເລີ່ມເຄື່ອນໄຫວການຜະລິດມື້ທຳອິດຂອງປີໃໝ່ ເພື່ອຮັບໃຊ້ຄວາມຕ້ອງການຂອງຕະຫຼາດພາຍໃນ ແລະ ສົ່ງອອກ.
ຕູ້ container ສົ່ງອອກສິນຄ້າຂອງ ບໍລິສັດ Meet More
      ພາຍຫຼັງ ໄລຍະຜັກງານບຸນຕ້ອນຮັບບຸນປີໃໝ່ປະຈຳຊາດປີສະຫຼູ 2021, ວັນທີ 17 ກຸມພາ (ເຊິ່ງກົງກັບວັນທີ 6 ເດືອນ ຈຽງ ໄລ່ຕາມຈັນທະປະຕິທິນ) ມີວິສາຫະກິດຫຼາຍແຫ່ງໄດ້ເລີ່ມເຄື່ອນໄຫວການຜະລິດມື້ທຳອິດຂອງປີໃໝ່ ເພື່ອຮັບໃຊ້ຄວາມຕ້ອງການຂອງຕະຫຼາດພາຍໃນ ແລະ ສົ່ງອອກ.
        ຢູ່ເຂດອຸດສາຫະກຳ ເຕິນຕ້າວ, ເມືອງ ບິ່ງເຕິນ, ມີກຳມະກອນ, ພະນັກງານຂອງບໍລິສັດຫຸ້ນສ່ວນດຳເນີນທຸລະກິດສິນໃນນ້ຳ ແລະ ສິນທະເລ ໄຊ່ງ່ອນ ໄດ້ເລີ່ມການເຄື່ອນໄຫວມື້ຜະລິດທຳອິດຂອງປີໃໝ່.
        ທ່ານ ເຈື່ອງຕ໊ຽນຢຸງ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນດຳເນີນທຸລະກິດສິນໃນນ້ຳ ແລະ ສິນທະເລ ໄຊງ່ອນ ໃຫ້ຮູ້ວ່າ: ໃນມື້ເຮັດວຽກທຳອິດຂອງປີໃໝ່ ທາງບໍລິສັດໄດ້ຜະລິດງວດສິນຄ້າທຳອິດສົ່ງອອກໄປຍັງຕະຫຼາດ ອັງກິດ ແລະ ສ.ເກົາຫຼີ. ນອກຈາກນັ້ນ, ທາງບໍລິສັດກໍຍັງປຸງແຕ່ງຜະລິດຕະພັນຕ່າງໆເພື່ອຮັບໃຊ້ຕະຫຼາດພາຍໃນ.
        ໃນວັນດຽວກັນ, ບໍລິສັດ Vina T&T ໄດ້ເລີ່ມສົ່ງອອກງວດໝາກໄມ້ທຳອິດຂອງປີສະຫຼູ ເຊັ່ນດຽວກັນ.
 (ແຫຼ່ງຄັດຈາກ VOV)


top