ຂ່າວສານ

ວິສາຫະກິດຫວຽດນາມ-ກຳປູເຈຍເພີ່ມທະວີການຮ່ວມມືດ້ານການຄ້າ-ການລົງທຶນ

      ປະຈຸບັນຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດແຖວໜ້າຂອງກຳປູເຈຍ ດ້ວຍວົງເງິນການຄ້າ 2 ສົ້ນໃນປີ 2018 ບັນລຸ 4,7 ຕື້ USD.

(ເວທີປາໄສຊຸກຍູ້ການຄ້າ ແລະ ການລົງທຶນລະຫວ່າງຫວຽດນາມ - ກຳປູເຈຍ ປີ 2019)
      ວັນທີ 09 ກໍລະກົດ, ຢູ່ນະຄອນຫຼວງພະນົມເປັນ, ປະເທດກຳປູເຈຍ, ສະຖານທູດຫວຽດນາມ, ອົງການການຄ້າຫວຽດນາມ ໄດ້ສົມທົບກັບສະໂມສອນວິສາຫະກິດຫວຽດນາມ ຢູ່ກຳປູເຈຍ ຈັດຕັ້ງເວທີປາໄສຊຸກຍູ້ການຄ້າ ແລະ ການລົງທຶນລະຫວ່າງຫວຽດນາມ - ກຳປູເຈຍ ປີ 2019, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າວິສາຫະກິດ, ສະຫະສະມາຄົມຂະແໜງອາຊີບ, ຫ້ອງການການຄ້າ ແລະ ການນຳກະຊວງ, ຂະແໜງການ, ທ້ອງຖິ່ນຂອງ 2 ປະເທດນັບຮ້ອຍຄົນຢ່າງພ້ອມພຽງ.
        ກ່າວຄຳເຫັນທີ່ເວທີປາໄສ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳກຳປູເຈຍ ຫວູກວາງມິງ ເນັ້ນໜັກວ່າ: ປະຈຸບັນຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດແຖວໜ້າຂອງກຳປູເຈຍ ດ້ວຍວົງເງິນການຄ້າ 2 ສົ້ນໃນປີ 2018 ບັນລຸ 4,7 ຕື້ USD. ຫວຽດນາມ ມີ 214 ໂຄງການລົງທຶນຢູ່ກຳປູເຈຍ ດ້ວຍຍອດທຶນຈົດທະບຽນກວ່າ 3 ຕື້ USD. ທ່ານເອກອັກຄະລັດຖະທູດ ຫວູກວາງມິງ, ຢືນຢັນວ່າ.
        “ຂ້າພະເຈົ້າເຊື່ອໝັ້ນວ່າ, ເວທີປາໄວໄສຄັ້ງນີ້ຈະປະກອບສ່ວນຊ່ວຍໃຫ້ບັນດາວິສາຫະກິດກຳແໜ້ນບັນດາຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດໃໝ່. ພ້ອມກັນນັ້ນ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ວິສາຫະກິດ 2 ປະເທດແບ່ງປັນ ແລະ ສະເໜີບັນດາຂໍ້ສະເໜີແນະກັບອົງການທີ່ຮັບຜິດຊອບມີໜ້າທີ່ຂອງ 2 ປະເທດແກ້ໄຂຂໍ້ຕິດຂັດຢ່າງທັນການ, ສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມືດ້ານເສດຖະກິດ - ການຄ້າລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງແຮງກວ່າ”.
 (ແຫຼ່ງຄັດຈາກ VOV)


top