ຂ່າວສານ

ວິສາຫະກິດສເກົາຫລີ ຈະສືບຕໍ່ເປີດກວ້າງການດຳເນີນທຸລະກິດຢູ່ຫວຽດນາມ

      ວິສາຫະກິດສເກົາຫລີ ຈະສືບຕໍ່ເປີດກວ້າງການດຳເນີນທຸລະກິດຢູ່ຫວຽດນາມ.ນີ້ແມ່ນຄຳຢືນຢັນຂອງບັນດາວິສາຫະກິດແຖວຫນ້າຂອງ ສເກົາຫລີ ທີ່ການພົບປະສົນທະນາ, ການພົບປະຄັ້ງຕ່າງໆກັບ ທ່ານ ຫງວຽນຈີຢູງ, ລັດຖະມົນຕີກະຊວງແຜນການ ແລະການລົງທຶນ ເມື່ອທ່ານໄປຢ້ຽມາມ ແລະເຮັດວຽກຢູ່ ສເກົາຫລີ ຕາມຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງຍຸດທະສາດ ການເງິນ ສເກົາຫລີ Kim Dong yeon. 

ທ່ານ ຫງວຽນຈີຢູງ, ລັດຖະມົນຕີກະຊວງແຜນການ- ການລົງທຶນ ແລະ ທ່ານນາງ Kang Kyung-hwa
ລັດຖະມົນຕີການຕ່າງປະເທດ ສເກົາຫລີ. ພາບ:Vietnam+
      ການຢ້ຽມຢາມດຳເນີນແຕ່ວັນທີ 5-8 ກັນຍາ. ການນຳບັນດາກຸ່ມບໍລິສັດແຖວຫນ້າຂອງ ສເກົາຫລີ ຄື: Samsung, LG, Huyndai Motor…. ກໍ່ໄດ້ຕີລາຄາສູງໝາກຜົນການປັບປຸງສະພາບແວດລ້ອມແຫ່ງການລົງທຶນຂອງລັດຖະບານຫວຽດນາມໃນໄລຍະຜ່ານມາ ແລະ ຢືນຢັນວ່າ ຖືຫວຽດນາມ ເປັນຕະຫລາດລົງທຶນຍຸດທະສາດ. ບັນດາວິສາຫະກິດ ສເກົາຫລີ ກໍ່ໄດ້ຢືນຢັນຈະເພີ່ມທະວີລັກສະນະເຊື່ອມຕໍ່ ແລະ ຫນູນຊ່ວຍເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ອາດຈະເຂົ້າຮ່ວມລະບົບສະຫນອງໃນອະນາຄົດ.
 (ແຫຼ່ງຄັດຈາກ VOV)

top