ຂ່າວສານ

ວິສາຫະກິດມີຄວາມເຊື່ອໝັ້ນຢ່າງແນວແນ່ຕໍ່ໂຄງການຟື້ນຟູເສດຖະກິດຂອງປະເທດຊາດ

ຕົ້ນປີ 2022, ລັດຖະບານໄດ້ປະກາດໃຊ້ມະຕິສອງສະບັບຢ່າງລຽນຕິດກ່ຽວກັບການຊຸກຍູ້ການພັດທະນາເສດຖະກິດຂອງປະເທດຊາດ. ໃນນັ້ນ ມະຕິເລກທີ 02 ໄດ້ຊີ້ແຈ້ງໃນພາກເປົ້າໝາຍສັງລວມແມ່ນ “ຫນູນຊ່ວຍປະຊາຊົນ ແລະ ວິສາຫະກິດຢ່າງທັນການເພື່ອຟື້ນຟູການຜະລິດ, ດຳເນີນທຸລະກິດ, ຮັບມືກັບໂລກລະບາດຢ່າງມີໄຫວພິບ ແລະ ມີປະສິດທິຜົນ”. ຫລັງຈາກນັ້ນ ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິກ່ຽວກັບນະໂຍບາຍການເງິນ, ເງິນຕາດ້ວຍຂອບຂະຫນາດແມ່ນປະມານ 350.000 ຕື້ດົ່ງ ເພື່ອຫນູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມໄລຍະ 2022 – 2023. ປະຊາຄົມວິສາຫະກິດມີຄວາມເຊື່ອໝັ້ນຕໍ່ບັນດາໂຄງການ, ນະໂຍບາຍຟື້ນຟູເສດຖະກິດນີ້ແມ່ນໄປຖືກທິດ, ຖືກຕາມເປົ້າໝາຍ, ຈຸດເວລາ ແລະ ເສີມຂະຫຍາຍຢ່າງມີປະສິດທິຜົນ.

ມີວິສາຫະກິດຫຼາຍແຫ່ງໄດ້ກັບຄືນສູ່ການເຄື່ອນໄຫວແຕ່ເດືອນມັງກອນ 2022

ປະຊາຄົມວິສາຫະກິດຕີລາຄາສູງເລື່ອງ ລັດຖະບານ ແລະ ສະພາແຫ່ງຊາດ ຮັບຮອງເອົາ, ປະກາດໃຊ້ບັນດາໂຄງການຫນູນຊ່ວຍການຟື້ນຟູຢ່າງແຮງ ແລະ ທັນການ, ເປັນຕົ້ນແມ່ນບັນດານະໂຍບາຍການເງິນ, ເງິນຕາສະຫງວນໃຫ້ແກ່ວິສາຫະກິດ. ປະຊາຄົມວິສາຫະກິດຖືນີ້ແມ່ນກຳລັງຫນູນສຳຄັນເພື່ອຟື້ນຟູລະບົບການຜະລິດ, ການສະຫນອງ, ແຮງງານຢ່າງວ່ອງໄວ, ຊຸກຍູ້ບັນດາກຳລັງການເຕີບໂຕ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນບັນດາການດຸ່ນດ່ຽງໃຫຍ່ໃນໄລຍະກາງ ແລະ ຍາວນານ. ທ່ານ ເຈີນຫວຽດແອງ, ຮອງປະທານ ສະຫະສະມາຄົມວິສາຫະກິດນະຄອນ ໂຮ່ຈີມິນ, ຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນນຳເຂົ້າສົ່ງອອກ ນາມທາຍເຊີນ ຖືວ່າ: ບັນດາໂຄງການ, ນະໂຍບາຍຫນູນຊ່ວຍຈາກລັດ, ລັດຖະບານ ໃນປະຈຸບັນ ແມ່ນທັນການ ແລະ ຄົບຖ້ວນ. ບັນຫາສຳຄັນແມ່ນເຮັດແນວໃດເພື່ອຜັນຂະຫຍາຍໃນຕົວຈິງໃຫ້ມີປະສິດທິຜົນທີ່ສຸດ.

“ນະໂຍບານຫນູນຊ່ວຍຂອງລັດຖະບານ ແມ່ນຫລວງຫລາຍ ແລະ ການຫນູນຊ່ວຍກໍ່ທັນການ. ເຖິງຢ່າງໃດກໍຕາມ, ຄວນມີຄວາມເປັນເອກະພາບຈາກຂັ້ນເທິງ, ນະໂຍບາຍນັ້ນ ຕ້ອງໄດ້ຮັບການປະຕິບັດຖືກຕາມເປົ້າໝາຍ. ເພາະວ່າ ວິສາຫະກິດ ບໍ່ຕ້ອງການການຫນູນຊ່ວຍດ້ານເງິນທຶນຫລາຍ ຫາກຢາກໃຫ້ອຳນວຍຄວາມສະດວກໃນການເຄື່ອນໄຫວຂອງເຂົາເຈົ້າເພື່ອໃຫ້ການເຄື່ອນໄຫວສະດວກສະບາຍລຸລ່ວງກວ່າ”

ທ່ານ ເວືອງຈ້ອງຕວນ, ຮອງຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນເຂົ້າຫນົມ ຮ່າໂນ້ຍ ຖືວ່າ: ເລື່ອງ ລັດຖະບານ ແລະ ສະພາແຫ່ງຊາດ ຮັບຮອງເອົາບ້ວງເງິນຫນູນຊ່ວຍເກືອບ 350.000 ຕື້ດົ່ງເພື່ອຟື້ນຟູເສດຖະກິດ ສັງຄົມແມ່ນປະຖົມປັດໄຈເພື່ອກະຕຸກຊຸກຍູ້ການເຄື່ອນໄຫວຜະລິດ, ການເຕີບໂຕພື້ນຖານເສດຖະກິດ. ພ້ອມກັນນັ້ນ ເລື່ອງຫລຸດຜ່ອນ 2% ອາກອນ VAT ກໍ່ປະກອບສ່ວນສ້າງເງື່ອນໄຂຫນູນຊ່ວຍໂດຍກົງໃຫ້ແກ່ວິສາຫະກິດເຄື່ອນໄຫວ ແລະ ພັດທະນາ. ທ່ານ ເວືອງຈ້ອງຕວນ ເຊື່ອໝັ້ນວ່າ:       

“ລັດຖະບານ ຈະຊີ້ນຳຢ່າງຂ້ຽວຂາດ ແລະ ເລິກເຊິ່ງກວ່າອີກສຳລັບແຕ່ລະຂະແຫນງອາຊີບ ແລະ ທ້ອງຖິ່ນ ເພື່ອປະຕິບັດບ້ວງຫນູນຊ່ວຍຢ່າງມີປະສິດທິຜົນທີ່ສຸດ, ຊຸກຍູ້ໃຫ້ພື້ນຖານເສດຖະກິດພາຍໃນປະເທດພັດທະນາ. ຂ້າພະເຈົ້າປາດຖະຫນາວ່າ ບ້ວງຫນູນຊ່ວຍນີ້ຂອງລັດຖະບານ, ວິສາຫະກິດຈະໄດ້ຮັບການຊ່ວຍເຫລືອດ້ານທຶນຮອນ ກໍ່ຄືອັດຕາດອກເບ້ຍ ເພື່ອແນໃສ່ຊ່ວຍວິສາຫະກິດ, ບັນດາຮາກຖານການຜະລິດພັດທະນາ. ນັ້ນແມ່ນມາດຕະການຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ”

ມີນັກຊ່ຽວຊານດ້ານເສດຖະກິດຫລາຍທ່ານຕີລາຄາວ່າ: ດ້ວຍອັດຕາການສັກວັນຊິນໃຫ້ປະຊາຊົນຢູ່ໃນລະດັບສູງນັ້ນ ແລະ ເປັນຕົ້ນແມ່ນການດັດປັບຍຸດທະສາດຮັບມືກັບໂລກລະບາດຢ່າງຂ້ຽວຂາດຕາມທິດຮັບມືຢ່າງມີໄຫວພິບ, ປອດໄພ ແລະ ປະສິດທິຜົນ, ບັນດາໂຄງການຟື້ນຟູ ແລະ ພັດທະນາເສດຖະກິດແນ່ນອນວ່າຈະເສີມຂະຫຍາຍຢ່າງມີປະສິດທິຜົນທີ່ສຸດ. ທ່ານ ຟ້າມເຕີນກົງ, ປະທານສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ ເນັ້ນຫນັກວ່າ:

“ບັນດາວິສາຫະກິດເມື່ອກຳແຫນ້ນໄດ້ກາລະໂອກາດ ແລະ ຄາດຄະເນໄດ້ການຜັນແປຂອງການສະຫນອງ - ຄວາມຕ້ອງການໃນໂລກ, ກຳນົດໄດ້ທີ່ຕັ້ງຂອງຫວຽດນາມ ໃນລະບົບມູນຄ່າທົ່ວໂລກຢ່າງເໝາະສົມ, ພວກເຮົາຈະມີກາລະໂອກາດພັດທະນາຢ່າງກະໂດດຂັ້ນ. ຂ້າພະເຈົ້າມີຄວາມເຊື່ອໝັ້ນ ດ້ວຍຄວາມສາມັກຄີປະດິດຄິດສ້າງຂອງບັນດາວິສາຫະກິດ ຫວຽດນາມ ແນ່ນອນວ່າ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ປະຕິບັດສຳເລັດບັນດາຄາດໝາຍທີ່ວາງອອກໃນປີ 2022”

ດ້ວຍພື້ນຖານ ແລະ ລັດຖະນະໂຍບາຍທີ່ມີຢູ່ແລ້ວໃນປະຈຸບັນ ພ້ອມກັບຄວາມຕັດສິນໃຈຂອງລັດຖະບານ, ຄວາມເຊື່ອໝັ້ນຂອງປະຊາຄົມວິສາຫະກິດ ແລະ ເປັນຕົ້ນແມ່ນການຮ່ວມແຮງຮ່ວມໃຈເປັນຈິດຫນຶ່ງໃຈດຽວຂອງທຸກພາກສ່ວນເສດຖະກິດຂອງປະເທດຊາດ, ພື້ນຖານເສດຖະກິດ ຫວຽດນາມ ແນ່ນອນວ່າ ຈະເຄື່ອນໄຫວຢ່າງສະດວກລຸລ່ວງ, ຟື້ນຟູເປັນຢ່າງດີ ແລະ ບັນລຸລະດັບເຕີບໂຕສູງ ບໍ່ພຽງແຕ່ໃນປີ 2022 ເທົ່ານັ້ນ ຫາກນັບທັງຫລາຍໆປີຕໍ່ໄປອີກດ້ວຍ.

 

(ແຫຼ່ງຄັດຈາກ VOV)


top