ຂ່າວສານ

ວິສາຫະກິດພາກເອກະຊົນຮ່ວມແຮງຮ່ວມໃຈເຂົ້າຮ່ວມການປະຕິບັດບັນດາໂຄງການໃຫຍ່ຂອງປະເທດຊາດ

ເພື່ອບັນລຸຄາດໝາຍການເຕີບໂຕ GDP ຕ່ຳສຸດແມ່ນ 8% ໃນປີນີ້ ແລະ ກ້າວໄປເຖິງການເຕີບໂຕ 2 ຕົວເລກໃນຊຸມປີຕໍ່ໄປ, ຫວຽດນາມ ພວມຫັນເປັນຮູບປະທຳດ້ວຍບັນດາຫນ້າທີ່ລະອຽດ, ໃນນັ້ນ ມີເລື່ອງຍູ້ໄວການຜັນຂະຫຍາຍບັນດາໂຄງການພື້ນຖານໂຄງລ່າງຈຸດສຸມ. ພ້ອມກັບລັດຖະບານ, ລັດວິສາຫະກິດ, ບັນດາວິສາຫະກິດພາກເອກະຊົນກໍ່ພວມຕັ້ງຫນ້າປະກອບສ່ວນເຂົ້າໃນບັນດາໂຄງການນີ້.
ເສັ້ນທາງລົດໄຟຄວາມໄວສູງ ເຫນືອ - ໃຕ້ ຄາດວ່າຈະກໍ່ສ້າງສຳເລັດໃນປີ 2035. (ພາບ: VOV)
ໃນເດືອນທຳອິດຂອງປີນີ້, ທ່ານນາຍົກລັດຖະມົນຕີ ໄດ້ລົງຢ້ຽມຢາມ, ເຮັດວຽກກັບບັນດາກຸ່ມບໍລິສັດ, ລັດວິສາຫະກິດເປັນຫລາຍຄັ້ງເພື່ອສະເຫນີບັນດາກົນໄກຮ່ວມມື, ຮຽກຮ້ອງການເຂົ້າຮ່ວມປະກອບສ່ວນຂອງບັນດາກຸ່ມບໍລິສັດ, ວິສາຫະກິດພາກເອກະຊົນເຂົ້າໃນບັນດາໂຄງການຈຸດສຸມແຫ່ງຊາດນີ້. ທ່ານ ເຈີນບາເຢືອງ, ປະທານ ສະພາບໍລິຫານບໍລິສັດຫຸ່ນສ່ວນ ກຸ່ມບໍລິສັດ ເຈື່ອງຫາຍ (Thaco) ໃຫ້ຮູ້ວ່າ:

 “ດ້ວຍການກຳນົດທິດ ແລະ ການຊີ້ນຳຂອງທ່ານນາຍົກລັດຖະມົນຕີ, ພວກຂ້າພະເຈົ້າ ຈະສຸມໃສ່ເຂົ້າຮ່ວມໂຄງການກໍ່ສ້າງເສັ້ນທາງລົດໄຟຕົວເມືອງ. ພ້ອມກັບກຳລັງນັກວິສາວະກອນມີບົດຮຽນປະສົບການກ່ຽວກັບການຄົ້ນຄວ້າ, ພວກຂ້າພະເຈົ້າຈະມີການຖ່າຍທອດເຕັກໂນໂລຊີເພື່ອຈັດຕັ້ງການຜະລິດຢູ່ກັບທີ່, ດ້ວຍຄາດໝາຍແມ່ນເຮັດແນວໃດເພື່ອຫລຸດຜ່ອນລາຄາຜະລິດຕະພັນ, ສະແດງໃຫ້ເຫັນຄຸນນະພາບຄຸນຄ່າຫວຽດນາມໃນຜະລິດຕະພັນ, ຢັ້ງຢືນການເຂົ້າຮ່ວມຂອງບັນດາວິສາຫະກິດ ຫວຽດນາມ, ມີຄວາມຮັບຜິດຊອບກ່ຽວກັບບັນຫາຄຸນນະພາບ”.

ທ່ານປະທານ Thaco ກໍ່ໃຫ້ຄຳໝັ້ນສັນຍາຊ່ວຍບັນດາວິສາຫະກິດຂະຫນາດນ້ອຍ ແລະ ກາງ ເຂົ້າຮ່ວມລະບົບການຜະລິດ ກໍຄືຮ່ວມສຳພັນເພື່ອສັ່ງຊື້ເຫລັກກ້າຕາມມາດຖານຂອງຜະລິດຕະພັນ.

ໃນຂະນະນັ້ນ ກຸ່ມບໍລິສັດ ຮວ່າຟາດ, ວິສາຫະກິດການຜະລິດເຫລັກກ້າໃຫຍ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້, ຈັດຢູ່ໃນ Top 50 ຂອງໂລກ ກ່ຽວກັບການຜະລິດເຫລັກກ້າ, ໃຫ້ຄຳໝັ້ນສັນຍາຮັບປະກັນການສະຫນອງຈຳນວນເຫລັກກ້າທຸກປະເພດໃຫ້ຢ່າງພຽງພໍ, ຮັບໃຊ້ໂຄງການເສັ້ນທາງລົດໄຟຄວາມໄວສູງ ເຫນືອ - ໃຕ້, ຮັບປະກັນມາດຖານ ແລະ ຄຸນນະພາບສາກົນ. ທ່ານ ເຈີນດີງລອງ, ປະທານ ສະພາບໍລິຫານບໍລິສັດຫຸ້ນສ່ວນ ກຸ່ມບໍລິສັດ ຮວ່າຟາດ ຢັ້ງຢືນວ່າ ນີ້ແມ່ນກາລະໂອກາດໃຫຍ່ໃຫ້ແກ່ວິສາຫະກິດ.

 “ໄລຍະຈະມາເຖິງ, ຮວ່າຟາດ ອາດຈະລົງທຶນໂຮງງານຜະລິດລາງລົດໄຟ, ລົງທຶນຈຳນວນເງິນ 10.000 ຕື້ດົ່ງ. ຮວ່າຟາດ ຈະຮັບປະກັນການສະຫນອງເຫລັກກ້າໃຫ້ແກ່ບໍລິສັດໃຫຍ່ທາງລົດໄຟເພື່ອປະຕິບັດໂຄງການ. ຕາມການຄາດຄະເນ ແມ່ນຕ້ອງການເຫລັກກ້າປະມານ 10 ລ້ານໂຕນ, ຮວ່າຟາດ ໃຫ້ຄຳໝັ້ນສັນຍາຮັບປະກັນເຫລັກກ້າຈຳນວນ 10 ລ້ານໂຕນທີ່ມີຄຸນນະພາບ, ຄວາມຄືບຫນ້າໃນການມອບສົ່ງສິນຄ້າ ແລະ ລາຄາຕ່ຳກວ່າລາຄານຳເຂົ້າຈາກຕ່າງປະເທດ”.

ໂດຍແມ່ນກຸ່ມບໍລິສັດແຖວຫນ້າ ຫວຽດນາມ, ກຸ່ມບໍລິສັດ  Vingroup ໃຫ້ຄຳໝັ້ນສັນຍາສ້າງເປັນລະບົບນິເວດການຜະລິດ ແລະ ການໃຊ້ສອຍສີຂຽວ, ນຳຫນ້າໃນກະແສຫັນປ່ຽນສີຂຽວ, ຮ່ວມສຳພັນຢ່າງແຫນ້ນແຟ້ນລະຫວ່າງການພັດທະນາອຸດສາຫະກຳ ແລະ ປົກປັກຮັກສາສິ່ງແວດລ້ອມ. ກຸ່ມບໍລິສັດ BRG ໃຫ້ຄຳໝັ້ນສັນຍາກໍ່ສ້າງນະຄອນອັດສະລິຍະ ບັກຮ່າໂນ້ຍ (ທິດເຫນືອຂອງນະຄອນຮ່າໂນ້ຍ), ນະຄອນກາກບອນເປັນກາງທຳອິດໃນໂລກ. ໃນຂະນະນັ້ນ ກຸ່ມບໍລິສັດເຕັກໂນໂລຊີ CMC ກຳນົດກໍ່ສ້າງພື້ນຖານໂຄງລ່າງຫັນເປັນດິຈິຕອນ ແມ່ນຫນ້າທີ່ສຳຄັນຂອງວິສາຫະກິດ ເພື່ອໃຫ້ ຫວຽດນາມ ກາຍເປັນປະເທດດິຈິຕອນແຫ່ງຊາດໃນປີ 2030, ທ່ານ ຫງວຽນຈູງຈິງ ປະທານ ກຸ່ມບໍລິສັດເຕັກໂນໂລຊີ CMC ໃຫ້ຮູ້ວ່າ:

 “CMC ໃຫ້ຄຳໝັ້ນສັນຍາຮັບຜິດຊອບສອງຫນ້າທີ່. ທີຫນຶ່ງ CMC ຈະກໍ່ສ້າງພື້ນຖານ Cloud Computing (CMC Cloud) ກາຍເປັນພື້ນຖານນຳຫນ້າ ຂອງຫວຽດນາມ, ກຳມະສິດໂດຍກຳລັງຄວາມສາມາດເຕັກໂນໂລຊີຂອງຊາວ ຫວຽດນາມ. ຮອດປີ 2028 ຈະລົງທຶນສູນ Cloud Computing ແຖວຫນ້າພາກພື້ນ ດ້ວຍຂອບຂະຫນາດ 80MW ໂດຍແມ່ນ ຫວຽດນາມ ເປັນເຈົ້າຂອງ. ຫນ້າທີ່ທີສອງ ແມ່ນກໍ່ສ້າງພື້ນຖານພູມປັນຍາ ຫວຽດນາມ AI, ເປັນເຈົ້າຂອງທັງໝົດເຕັກໂນໂລຊີຫລັກ, ມີບັນດາເຕັກໂນໂລຊີແຖວຫນ້າໂລກ. ດ້ວຍສອງຫນ້າທີ່ດັ່ງກ່າວ, CMC ປາດຖະຫນາຢາກປະກອບສ່ວນເຂົ້າໃນຄາດໝາຍຮອດປີ 2045 ນຳ ຫວຽດນາມ ກາຍເປັນປະເທດພັດທະນາໂດຍອີງໃສ່ເຕັກໂນໂລຊີດິຈີຕອນ, ເຕັກໂນໂລຊີ AI”.        ບໍ່ພຽງແຕ່ບັນດາວິສາຫະກິດໃຫຍ່, ມີວິສາຫະກິດຂະຫນາດກາງ ແລະ ນ້ອຍຫລາຍແຫ່ງທີ່ຂຶ້ນກັບທຸກຂົງເຂດ ລ້ວນແຕ່ພ້ອມແລ້ວທີ່ຮ່ວມແຮງຮ່ວມໃຈປະຕິບັດເປົ້າໝາຍໃຫຍ່ຂອງປະເທດຊາດ. ປະຈຸບັນ ກຳລັງວິສາຫະກິດປະກອບສ່ວນປະມານ 60% GDP, 98% ຍອດວົງເງິນສົ່ງອອກ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະມານ 85% ຈຳນວນແຮງງານທົ່ວປະເທດ. ເພື່ອບັນລຸໄດ້ຄາດໝາຍການເຕີບໂຕ GDP ຫນ້ອຍສຸດແມ່ນ 8% ໃນປີນີ້, ສ້າງທ່ວງທ່າໃຫ້ຊຸມປີຕໍ່ໄປບັນລຸສອງຕົວເລກ, ເຂດເສດຖະກິດນອກລັດຄວນເພີ່ມຂຶ້ນປະມານ 11%/ປີ.

ທ່ານ ເຈີນບາເຢືອງ, ປະທານ Thaco ກ່າວຄຳເຫັນທີ່ເຫດການຫນຶ່ງ. (ພາບ:VGP)

ບັນດາລັດຖະນະໂຍບາຍ, ແຜນນະໂຍບາຍໃຫຍ່ຈາກລັດຖະບານ ໄດ້ສ້າງແຫ່ງກຳລັງຫນູນໃຫມ່ໃຫ້ແກ່ປະຊາຄົມວິສາຫະກິດ ຫວຽດນາມ, ໃນນັ້ນ ມີບັນດາວິສາຫະກິດພາກເອກະຊົນ. ມີວິສາຫະກິດຫລາຍແຫ່ງໄດ້ເປັນເຈົ້າການຄົ້ນຄ້ວາ, ຊອກຮູ້ໂຄງການ, ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດເພື່ອກຽມພ້ອມທີ່ຈະເຂົ້າຮ່ວມ, ເປັນເຈົ້າການໃນການຮັບຫນ້າທີ່ພ້ອມກັບການປະຕິບັດບັນດາໂຄງການລະດັບແຫ່ງຊາດ.


top