ຂ່າວສານ

ວິສາຫະກິດປະຕິດບັດການຄວບຄຸມໂລກລະບາດໂຄວິດ - 19 ຢ່າງເຄັ່ງຄັດ

      ມາຮອດປັດຈຸບັນ, ໂລກລະບາດໂຄວິດ - 19 ໃນຊຸມຊົນໄດ້ຮັບການຄວບຄຸມແລ້ວ, ເຖິງຢ່າງໃດກໍຕາມສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ ດັ່ງນັ້ນ ການປ້ອງກັນສະກັດກັ້ນໂລກລະບາດໃຫ້ເປັນຢ່າງດີ ຈະຊ່ວຍໃຫ້ວິສາຫະກິດຈຳກັດໄດ້ບັນດາຄວາມສ່ຽງຊ້ອມແຝງໂດຍໂລກລະບາດກໍ່ຂຶ້ນ, ຊ່ວຍໃຫ້ວິສາຫະກິດ ກັບຄືນສູ່ສະພາບການປົກກະຕິ, ພັດທະນາການຜະລິດດຳເນີນທຸລະກິດໂດຍໄວ.
ວິວັດການລ້າງມືຂ້າເຊື້ອຂອງກຳມະກອນ
      ເພື່ອສະກັດກັ້ນການລະບາດຂອງໂລກລະບາດ ໂຄວິດ - 19, ພິເສດແມ່ນໃນບັນດາວິສາຫະກິດ, ບໍລິສັດທີ່ມີຜູ້ອອກແຮງງານຕ່າງແຂວງຫຼາຍຄົນ, ມີບໍລິສັດຫຼາຍແຫ່ງຢູ່ນະຄອນໂຮ່ຈີມິນ ແລະ ແຂວງດົ່ງນາຍ ໄດ້ປະຕິບັດບັນດາມາດຕະການສະກັດກັ້ນທາງໄກ.
        ທ່ານ ຫງວຽນຫິວຕວັນ, ຫົວໜ້າຄະນະຄວບຄຸມໂລກລະບາດໂຄວິດ - 19 ຂອງບໍລິສັດ ຕ່ຳແຜ່ນຕັດຫຍິບ ແທັງກົງ ຈຳກັດ ໃຫ້ຮູ້ວ່າ:
        ໃນຍາມບຸນເຕັດ, ມີຜູ້ອອກແຮງງານຫຼາຍຄົນກັບຄືນບ້ານເກີດເມືອງນອນ, ດັ່ງນັ້ນການຄວບຄຸມໂລກລະບາດພາຍຫຼັງບຸນເຕັດແມ່ນເພື່ອແນໃສ່ປະຕິບັດແຜນນະໂຍບາຍລວມຂອງລັດ, ນະຄອນ, ເພື່ອຄວບຄຸມໄດ້ໂລກລະບາດໂຄວິດ - 19 ແລະ ຮັກສາການເຄື່ອນໄຫວຜະລິດດຳເນີນທຸລະກິດ.
        ຕາມທ່ານ ຕື່ກວກຫ໋າຍ, ຜູ້ອຳນວຍການບໍລິສັດ ເຮິບລຶກສາກົນນາມອານ ຈຳກັດ ແລ້ວ, ເພື່ອຍົກສູງສະຕິໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ບໍລິສັດໄດ້ຈັດຕັ້ງປະຕິບັດການຕັກເຕືອນພະນັກງານ, ກຳມະກອນ ປະຕິບັດມາດຕະການສະກັດກັ້ນໂລກລະບາດໂຄວິດ - 19, ຈຳກັດການໄປມາອອກນອກແຂວງ ເປັນປະຈຳ.
        ມາຮອດປັດຈຸບັນ, ໂລກລະບາດໂຄວິດ - 19 ໃນຊຸມຊົນໄດ້ຮັບການຄວບຄຸມແລ້ວ, ເຖິງຢ່າງໃດກໍຕາມສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ ດັ່ງນັ້ນ ການປ້ອງກັນສະກັດກັ້ນໂລກລະບາດໃຫ້ເປັນຢ່າງດີ ຈະຊ່ວຍໃຫ້ວິສາຫະກິດຈຳກັດໄດ້ບັນດາຄວາມສ່ຽງຊ້ອມແຝງໂດຍໂລກລະບາດກໍ່ຂຶ້ນ, ຊ່ວຍໃຫ້ວິສາຫະກິດ ກັບຄືນສູ່ສະພາບການປົກກະຕິ, ພັດທະນາການຜະລິດດຳເນີນທຸລະກິດໂດຍໄວ.
(ແຫຼ່ງຄັດຈາກ VOV)


top