ຂ່າວສານ

ວິສາຫະກິດຕ່ຳແຜ່ນຕັດຫຍິບ ຫວຽດນາມ ມຸ່ງໄປເຖິງເລື່ອງເປັນເຈົ້າການແຫຼ່ງວັດຖຸດິບ

      ປີ 2022, ມີຫຼາຍອົງການສາກົນຕີລາຄາວ່າ ຂະແໜງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ມີທີ່ຕັ້ງສູງສຸດໃນກາລະໂອກາດຟື້ນຟູ
(ພາບປະກອບ: TTXVN)
      ໂລກລະບາດໂຄວິດ-19 ໄດ້ເຮັດໃຫ້ລະບົບການສະໜອງວັດຖຸດິບຖືກຂາດວັກຂາດຕອນ, ແຕ່ມີວິສາຫະກິດຫຼາຍແຫ່ງໄດ້ລົງທຶນເຂົ້າໃນການຜະລິດວັດຖຸດິບເຄື່ອງຕ່ຳແຜ່ນຕັດຫຍິບຢ່າງໄວ ເພື່ອຮັບໃຊ້ຄວາມຕ້ອງການຢູ່ພາຍໃນປະເທດ ກໍຄືການສົ່ງອອກ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂໍ້ກຳນົດກ່ຽວກັບຕົ້ນກຳເນີດຂອງສັນຍາການຄ້າເສລີລຸ້ນໃໝ່ສະບັບຕ່າງໆ.
        ປີ 2022, ມີຫຼາຍອົງການສາກົນຕີລາຄາວ່າ ຂະແໜງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ມີທີ່ຕັ້ງສູງສຸດໃນກາລະໂອກາດຟື້ນຟູ, ເຖິງຢ່າງໃດກໍ່ຕາມ, ຍອດຄວາມຕ້ອງການລວມຄາດວ່າຈະບໍ່ເພີ່ມຂຶ້ນຫຼາຍ ໃນຂະນະທີ່ບັນດາປະເທດແກ່ງແຍ້ງກັບ ຫວຽດນາມ ລ້ວນແຕ່ມານະພະຍາຍາມເພື່ອເພີ່ມອັດຕາສ່ວນການສົ່ງອອກ. ທ່ານ ເວືອງດຶກແອັງ, ຫົວໜ້າຫ້ອງການສະພາບໍລິຫານກຸ່ມບໍລິສັດເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ຖືວ່າ, ຈາກພຶດຕິກຳຕົວຈິງທີ່ວ່າ ລະບົບສະໜອງຖືກຂາດວັກຂາດຕອນໃນໄລຍະ 2 ປີທີ່ເກີດໂລກລະບາດນັ້ນ, ທາງວິສາຫະກິດໄດ້ຮັບຮູ້ວ່າ ການເປັນເຈົ້າຂອງແຫຼ່ງວັດຖຸດິບຢູ່ພາຍໃນປະເທດແມ່ນ “ກຸນແຈ” ຊ່ວຍພັດທະນາແບບຍືນຍົງ.
        ໃນປີ 2022, ບັນດາວິສາຫະກິດຕ່ຳແຜ່ນຕັດຫຍິບພວມມານະພະຍາຍາມເພື່ອກາຍເປັນຕ່ອງໂສ້ສຳຄັນໃນລະບົບສະໜອງເຄື່ອງຕ່ຳແຜ່ນຕັດຫຍິບທົ່ວໂລກ.
(ແຫຼ່ງຄັດຈາກ VOV)


top