ຂ່າວສານ

ວິສາຫະກິດກ່ວາ 600 ແຫ່ງເຂົ້າຮ່ວມງານຕະຫຼາດນັດສາກົນຂະແໜງໄມ້ ປີ 2023

ກອງປະຊຸມມີການເຄື່ອນໄຫວຕ່າງໆທີ່ແທດຈິງ, ເພື່ອແນໃສ່ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດຂະແໜງໄມ້ ແລະ ສິລະປະກຳ ເປີດກ້ວາງຕະຫຼາດສົ່ງອອກ, ຟື້ນຟູການຜະລິດ ...
  ງານວາງສະແດງໄດ້ນຳມາວາງສະແດງບັນດາຜະລິດຕະພັນໄມ້ທີ່ສວຍງາມ  

ງານຕະຫຼາດນັດສາກົນ ຜະລິດຕະພັນໄມ້ ແລະ ເຄື່ອງສິລະປະກຳສົ່ງອອກ ຫວຽດນາມ - VIFA EXPO 2023 ຈະຈັດຂຶ້ນໃນລະຫວ່າງວັນທີ 8 – 11 ມີນາ, ຢູ່ນະຄອນ ໂຮ່ຈີມິນ. ງານຕະຫຼາດນັດປີນີ້ດ້ວຍການເຂົ້າຮ່ວມຂອງວິສາຫະກິດກ່ວາ 600 ແຫ່ງ ດ້ວຍຮ້ານວາງສະແດງ 2.400 ຮ້ານ, ເພີ່ມຂຶ້ນທົບ 3 ເທົ່າເມື່ອທຽບໃສ່ປີ 2022. ກອງປະຊຸມມີການເຄື່ອນໄຫວຕ່າງໆທີ່ແທດຈິງ, ເພື່ອແນໃສ່ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດຂະແໜງໄມ້ ແລະ ສິລະປະກຳ ເປີດກ້ວາງຕະຫຼາດສົ່ງອອກ, ຟື້ນຟູການຜະລິດ ແລະ ເຊື່ອມຕໍ່ບັນດາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ. ໃນຈຳນວນວິສາຫະກິດ 612 ແຫ່ງທີ່ຈົດທະບຽບເຂົ້າຮ່ວມນັ້ນ, ມີວິສາຫະກິດຕ່າງປະເທດກ່ວາ 140 ແຫ່ງທີ່ມາຈາກ 17 ປະເທດ ແລະ ເຂດແຄ້ວນ ຄື: ກຳປູເຈຍ, ຈີນ, ຮົ່ງກົງ (ປະເທດຈີນ), ອິນເດຍ, ຍີ່ປຸ່ນ, ສ ເກົາຫຼີ, ໄທ, ເຢຍລະມັນ, ເດນມາກ, ອັງກິດ, ອາເມລິກາ…

ໃນ 4 ວັນດຳເນີນງານຕະຫຼາດນັດ, ດ້ວຍຫົວຂໍ້ “ຂຸດຄົ້ນຈຸດຢອດຢ້ຽມຂອງຜະລິດຕະພັນໄມ້ ແລະ ສິລະປະກຳ ຫວຽດນາມ”, ບັນດາວິສາຫະກິດຈະໄດ້ແນະນຳບັນດາຜະລິດຕະພັນໃໝ່, ຫຼາຍຮູບຫຼາຍແບບກ່ຽວກັບການອອກແບບ, ຈາກເຄື່ອງຫັດຖະກຳ ສິລະປະກຳ ຕະຫຼອດຮອດໄມ້ວັດຖຸດິບ, ເຄື່ອງຈັກ ແລະ ຊິ້ນສ່ວນປະກອບຕ່າງໆ.

 


top