ຂ່າວສານ

ວິສາຫະກິດ ໄທ ຕັ້ງໜ້າເຄື່ອນໄຫວ ເພື່ອວົງຄະນະຍາດ ແນໃສ່ຕອບບຸນແທນຄຸນປະເທດ ຫວຽດນາມ

ປັດຈຸບັນ, ໄທ ແມ່ນຄູ່ຮ່ວມມືເສດຖະກິດໃຫຍ່ຂອງ ຫວຽດນາມ, ແມ່ນນັກລົງທຶນຕ່າງປະເທດໃຫຍ່ອັນດັບທີ 9 ຂອງ ຫວຽດນາມ ດ້ວຍກວ່າ 600 ໂຄງການ ທີ່ມີມູນຄ່າທັງໝົດກວ່າ 13 ຕື້ USD. ນອກຈາກການລົງທຶນພັດທະນາດຳເນີນທຸລະກິດ ແລະ ການຜະລິດ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະເທດ ໄທ ແລ້ວ, ບັນດາວິສາຫະກິດ ໄທ ຍັງຮ່ວມເດີນທາງພ້ອມກັບການພັດທະນາ ແລະ ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວເພື່ອວົງຄະນະຍາດ ແນໃສ່ຕອບບຸນແທນຄຸນປະເທດ ຫວຽດນາມ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນປະເທດປະຈຳຖິ່ນ.

ໂດຍແມ່ນໜຶ່ງໃນບັນດາວິສາຫະກິດ ໄທ ທີ່ມາດຳເນີນທຸລະກິດຢູ່ ຫວຽດນາມ ໄວກວ່າໝູ່, ໃນ 30 ປີຜ່ານມາ, ບໍລິສັດ ໃຫຍ່ SCG (SCG Corporate) ໄດ້ສ້າງຕັ້ງບໍລິສັດ 23 ແຫ່ງຢູ່ ຫວຽດນາມ ແລະ ມີພະນັກງານເປັນຄົນ ຫວຽດ ກວ່າ 15.000 ຄົນ. ໃນຫຼາຍປີຜ່ານມາ, SCG ໄດ້ສະແດງຄວາມສົນໃຈ ແລະ ຄວາມມານະພະຍາຍາມຂອງຕົນຕໍ່ບັນດາການເຄື່ອນໄຫວເພື່ອສັງຄົມ, ປະຕິບັດຄຳໝັ້ນສັນຍາຂອງກຸ່ມບໍລິສັດດ້ວຍການຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ຫວຽດນາມ ຜ່ານໂຄງການຕ່າງໆ. ນັບແຕ່ປີ 2007, ແຕ່ລະປີ, ໂຄງການທຶນການສຶກສາ “ຮ່ວມຝັນ” ຂອງ SCG ໄດ້ມອບທຶນການສຶກສາ 400 ທຶນໃຫ້ແກ່ນັກຮຽນ ຫວຽດນາມ.

  ກຸ່ມບໍລິສັດ ກະໂລ້ PRIME ຮ່ວມແຮງຮ່ວມໃຈພ້ອມກັບສັງຄົມໃນບັ້ນຕໍ່ສູ້, ຕ້ານໂລກລະບາດໂຄວິດ - 19   

ຢູ່ພາກເໜືອ, ກຸ່ມບໍລິສັດ ກະໂລ້ PRIME ເຊິ່ງເປັນບໍລິສັດລູກຂອງ SCG ກໍມີຫຼາຍໂຄງການເພື່ອສັງຄົມ, ພົ້ນເດັ່ນທີ່ສຸດແມ່ນໂຄງການ “ພ້ອມກັບ PRIME ແບ່ງປັນຄວາມວັດທະນາຖາວອນ” ແນໃສ່ຮ່ວມແຮງຮ່ວມໃຈພ້ອມກັບສັງຄົມໃນບັ້ນຕໍ່ສູ້, ຕ້ານໂລກລະບາດໂຄວິດ - 19. ໂດຍໄດ້ເລີ່ມແຕ່ປີ 2021, ລາຍການດັ່ງກ່າວໄດ້ປະກອບເງິນຈໍານວນ 500 ລ້ານດົ່ງເຂົ້າໃນກອງທຶນປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງແຂວງ ຫວິງຝຸກ ແລະ 100 ລ້ານດົ່ງໃຫ່ແກ່ແຂວງ ກວ໋າງນາມ, ພ້ອມດຽວກັນນັ້ນ ກໍໄດ້ມອບຄັນຮົ່ງຂະໜາດໃຫຍ່ໃຫ້ແກ່ກຳລັງຢູ່ແນວໜ້າ, ໂຮງໝໍ, ໂຮງຮຽນ ແລະ ຄອບຄົວດຳເນີນທຸລະກິດຂະໜາດໜ້ອຍຢູ່ທ້ອງຖິ່ນຕ່າງໆ. ທ່ານ ໄຊຍະພົນ ສຸປັນຍາ, ຫົວໜ້າພະແນກບຸກຄະລາກອນ ແລະ ພົວພັນຕ່າງປະເທດ, ກຸ່ມບໍລະສັດ PRIME, ຮອງປະທານສະຫະສະມາຄົມວິສາຫະກິດ ໄທ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: PRIME ກໍຊ່ວຍກະໂລ້ນັບພັນຕາແມັດໃຫ້ແກ່ບັນດາຄອບຄົວທຸກຍາກ.

        “ແຕ່ລະເດືອນ, ກຸ່ມບໍລິສັດ PRIME ໄດ້ສົມທົບກັບສະພາກາແດງ ແລະ ຄະນະກຳມະການປະຊາຊົນຢູ່ທ້ອງຖິ່ນຊ່ວຍເຫຼືອດິນຈີ່ກໍ່ສ້າງເຮືອນ ຫຼື ສ້ອມແປງເຮືອນຢູ່ໃຫ້ແກ່ຄອບຄົວທຸກຍາກ, ສ້ອມແປງ ແລະ ຍົກລະດັບສຳນັກງານອົງການລັດ ແລະ ກິດຈະກຳສາທາລະນະ. ອາດຖືວ່າ  ນີ້ແມ່ນນະໂຍບາຍສຳຄັນຂອງການນຳວິສາຫະກິດ ໄທ ແລະ ທັງສະຫະສະມາຄົມວິສາຫະກິດ ໄທ ປະຈຳ ຫວຽດນາມ. ພວກຂ້ພາເຈົ້າດຳເນີນທຸລະກິດຢູ່ ຫວຽດນາມ, ໄດ້ຊົມໃຊ້ຜົນປະໂຫຍດ ແລະ ໄດ້ຮ່ວມມືກັບທັງອຳນາດການປົກຄອງ ແລະ ປະຊາຊົນ ຫວຽດນາມ. ດັ່ງນັ້ນ, ພວກຂ້າພະເຈົ້າກໍເໝືອນດັ່ງສະມາຊິກໜຶ່ງໃນຄອບຄົວ ຫວຽດນາມ”.

  Central Retail ມອບເຮືອນຄົວໃຫ້ແກ່ໂຮງຮຽນແຫ່ງໜຶ່ງຢູ່ ດັກລັກ  

ເຖິງວ່າມາ ຫວຽດນາມ ຫຼັງບໍລິສັດໃຫຍ່ SCG ເກືອບ 10 ປີກໍຕາມ, ແຕ່ Central Retail  ໄດ້ສ້າງຄຸນຄ່າໃຫ້ແກ່ວິສາຫະກິດ, ຢືນອັນດັບທີ 1 ໃນກຸ່ມ 10 ບໍລິສັດຂາຍຍ່ອຍທີ່ມີຄວາມໄວ້ວາງໃຈໃນປີ 2021 ໂດຍ Vietnam Report ຄັດເລືອກ ແລະ ໄດ້ຮັບການຍ້ອງຍໍຊົມເຊີຍເປັນ “ວິສາຫະກິດເພື່ອວົງຄະນະຍາດ” ປີ 2021. ທ່ານ ສະເຫຼີມໄຊ ພົນສິລິປິຍາກຸນ, ຫົວໜ້າພະແນກພົວພົນສາກົນ ຂອງບໍລິສັດ Central Retail  ຫວຽດນາມ ໃຫ້ຮູ້ວ່າ: ທາງບໍລິສັດໄດ້ມີນະໂຍບາຍປະຕິບັດໂຄງການເພື່ອສັງຄົມ ໄປຄຽງຄູ່ກັບການພັດທະນາດຳເນີນທຸລະກິດ:

“ພວກຂ້າພະເຈົ້າມີໂຄງການ “one mall one school” - ສ້າງໜຶ່ງ ຫຼື ຫຼາຍໂຮງຮຽນຢູ່ເຂດຕັ້ງສູນການຄ້າ. ພວກຂ້າພະເຈົ້າໄດ້ສ້າງໃໝ່ ຫຼື ຊ່ວຍສ້ອມແປງໂຮງຮຽນ, ຊ່ວຍເຫຼືອອຸປະກອນການຮຽນ, ການສອນ, ເປັນຕົ້ນແມ່ນຄອມພິວເຕີ. ນອກຈາກນັ້ນແລ້ວ, ພວກຂ້າພະເຈົ້າ ຍັງມີໂຄງການໜູນຊ່ວຍຜະລິດຕະພັນກະເສດຂອງ ຫວຽດນາມ, ແນະນຳຊາວກະສິກອນໝູນໃຊ້ວິທະຍາສາດເຂົ້າໃນການປູກຝັງ ແລະ ຊ່ວຍເຫຼືອການຈຳໜ່າຍຜະລິດຕະພັນ; ໂຄສະນາຜະລິດຕະພັນ OCOP. ຫວ່າງມໍ່ໆມານີ້, ພວກຂ້າພະເຈົ້າໄດ້ໜູນຊ່ວຍການແນະນຳ, ໂຄສະນາຜະລິດຕະພັນ OCOP ຂອງ 13 ແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຢູ່ ເກີນເທີ ແລະ ບັນດາແຂວງພາກເໜືອຢູ່ແຂວງ ກວ໋າງນິງ”.

  ພິທີມອບທຶນການສຶກສາຂອງບໍລິສັດ CP  

 

ໃນບັນດາການເຄື່ອນໄຫວເພື່ອວົງຄະນະຍາດທີ່ພົ້ນເດັ່ນຂອງວິສາຫະກິດໄທ, ຕ້ອງເວົ້າເຖິງກຸ່ມບໍລິສັດ CP Group - ແບບຢ່າງເມດຕາປານີທີ່ດີເດັ່ນໃນການສ້າງຄວາມສະໜິດຕິດພັນ ແລະ ການພັດທະນາພ້ອມກັບປະຊາຊົນ ຫວຽດນາມ. ໃນຫຼາຍປີຜ່ານມາ, ກອງທຶນການກຸສົນຂອງ CP ຫວຽດນາມ ຍາມໃດກໍຈັດຕັ້ງ, ຮ່ວມເດີນທາງພ້ອມກັບບັນດາໂຄງການສັງຄົມທີ່ມີຄວາມໝາຍຄື: ວັນບຸນຮ່ວມແຮງຮ່ວມໃຈຕອບບຸນແທນຄຸນປະເທດຊາດ; ໂຄງການຄັງສະບຽງອາຫານດ້ວຍຄາບເຂົ້າສາຍຈິດມິດໃຈນັບພັນຄາບໃຫ້ແກ່ຜູ້ທີ່ໂຊກບໍ່ດີ; ຂົນຂວາຍປຸກລະດົມພະນັກງານລົງທະບຽນບໍລິຈາກແກ້ວຕາ, ມອບຂອງຂວັນຢູ່ເຂດຫ່າງໄກສອກຫຼີກ, ຊາຍແດນ, ທະເລໝູ່ເກາະ… ກໍ່ສ້າງເຮືອນພັກເຊົາໃຫ້ແກ່ຄົນເຈັບເປັນໂລກມະເຮັງຢູ່ໂຮງໝໍ K… ແລະ ຫຼ້າສຸດແມ່ນການໜູນຊ່ວຍສະຖາບັນໂລຫິດສາດ - ສົ່ງເລືອດສູນກາງ. ທ່ານ ສຸກກິດ ເຈຍລະວະນົນ, ປະທານກຸ່ມບໍລິສັດ CP ໃຫ້ຮູ້ວ່າ:

“ໃນຕະຫຼອດໄລຍະກວ່າ 10 ປີຜ່ານມາ, CP ຫວຽດນາມ ໄດ້ຮ່ວມເດີນທາງພ້ອມກັບລາຍການຂົນຂວາຍປຸກລະດົມການບໍລິຈາກເລືອດດ້ວຍຄວາມສະໝັກໃຈລະດັບຊາດ. ພວກຂ້າພະເຈົ້າຫວັງວ່າ ຈະໄດ້ເຂົ້າຮ່ວມບັນດາລາຍການຄືແນວນີ້ ເປັນປະຈຳ. ຂ້າພະເຈົ້າກໍຂໍຂອບໃຈອຳນາດການປົກຄອງ ແລະ ບັນດາອົງການຈັດຕັ້ງທີ່ໄດ້ສ້າງໂອກາດໃຫ້ແກ່ CP ປະຕິບັດບັນດາລາຍການທີ່ມີຄວາມໝາຍເພື່ອວົງຄະນະຍາດ. ຂ້າພະເຈົ້າພ້ອມແລ້ວທີ່ຈະເຂົ້າຮ່ວມການບໍລິຈາກເລືອດເພື່ອສຸຂະພາບ ແລະ ຄວາມປອດໄພຂອງປະຊາຊົນ ຫວຽດນາມ”.

ດ້ວຍບົດບາດເປັນຂົວຕໍ່ລະຫວ່າງວິສາຫະກິດ ໄທ ກັບອຳນາດການປົກຄອງ ແລະ ປະຊາຊົນ ຫວຽດນາມ, ແຕ່ຕົ້ນປີ 2022 ມານີ້, ສະຖານທູດ ໄທ ປະຈຳ ຫວຽດນາມ ໄດ້ຈັດຫຼາຍກິດຈະກຳທີ່ມີຄວາມໝາຍ, ເຊື່ອມຕໍ່ສະມາຄົມວິສາຫະກິດ ແລະ ແຜ່ຈະຫຍາຍຄຸນຄ່າອັນດີງາມໃຫ້ແກ່ວົງຄະນະຍາດ. ໃນໄລຍະຈະມາເຖິງ, ສະຖານທູດ ໄທ ປະຈຳ ຫວຽດນາມ ຈະຈັດບັນດາການເຄື່ອນໄຫວບໍລິຈາກເລືອດແບບສະໝັກໃຈ “ການໃຫ້ຄືການມີຕະຫຼອດໄປ”, ປູກຕົ້ນໄມ້ເປັນປ່າ ແລະ ປົກປັກຮັກສາສິ່ງແວດລ້ອມ… ບັນດາການເຄື່ອນໄຫວນີ້ ຍາມໃດກໍມີການເຂົ້າຮ່ວມ ແລະ ສະໜັບສະໜູນຢ່າງເຕັມທີ່ຈາກປະຊາຄົມຊາວ ໄທ ແລະ ວິສາຫະກິດ ໄທ, ຄືດັ່ງຄຳເວົ້າຂອງທ່ານ ສະເຫຼີມໄຂ ພົນສິຣິປິຍາກຸນ, ຫົວໜ້າພະແນກພົວພັນສາກົນ, ບໍລິສັດ Central Retail   ຫວຽດນາມ ທີ່ໄດ້ເວົ້າວ່າ: “ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ ເມື່ອໄດ້ເຂົ້າຮ່ວມກິດຈະກຳຕ່າງໆຂອງສະຖານທູດ ແລະ ປະຊາຄົມຊາວ ໄທ ເພື່ອພ້ອມກັນຕອບບຸນແທນຄຸນປະເທດ ຫວຽດນາມ.”/.


top