ຂ່າວສານ

ວິສາຫະກິດ ເອີລົບ ມີຄວາມປະເອີບໃຈກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ ຫວຽດນາມ

      ຕອນບ່າຍວັນທີ 22 ກໍລະກົດ, ສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ (EuroCham) ໄດ້ປະກາດຜົນການສຳຫຼວດຫຼ້າສຸດກ່ຽວກັບດັດຊະນີສະພາບແວດລ້ອມໃນການດຳເນີນທຸລະກິດ (BCI) ໃນໄຕມາດທີ 2 ປີ 2020. ຕາມນັ້ນແລ້ວ, ການນຳຂອງບັນດາວິສາຫະກິດ ເອີລົບ ໄດ້ຕີລາຄາຢ່າງຕັ້ງໜ້າກ່ວາອີກກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ ແລະ ການຄ້າຂອງ ຫວຽດນາມໃນ 2-3 ເດືອນພາຍຫຼັງໂລກລະບາດໂຄວິດ-19.

ພາບປະກອບ
      ໃນຕະຫຼອດໄລຍະເກີດໂລກລະບາດໂຄວິດ-19, ການຈຳກັດການໄປມາ ແລະ ແຍກຮ່າງເວັນໄລຍະຫ່າງໃນສັງຄົມໄດ້ເຮັດໃຫ້ການເຄື່ອນໄຫວດຳເນີນທຸລະກິດປົກກະຕິຖືກຢຸດສະງັກ. ເຖິງຢ່າງໃດກໍ່ຕາມ, ດ້ວຍຫຼາຍມາດຕະການດ້ານເສດຖະກິດ ແລະ ການແພດປ້ອງກັນຂອງລັດຖະບານໄດ້ຮັບການຕີລາຄາວ່າມີປະສິດທິຜົນແຖວໜ້າໂລກ, ຫວຽດນາມ ໄດ້ເລີ່ມເຄື່ອນໄຫວການລົງທຶນ, ດຳເນີນທຸລະກິດຄືນໃໝ່ໂດຍໄວ.
            ທ່ານ Nicolas Audier ປະທານ EuroCham ໃຫ້ຮູ້ວ່າ, ການສຳຫຼວດດັດຊະນີ BCI ຄັ້ງນີ້ເປັນການພິສູດໃຫ້ເຫັນວ່າ ຫວຽດນາມ ແມ່ນ ໜຶ່ງໃນບັນດາປະເທດທີ່ປະສົບຜົນສຳເລັດໃນໂລກກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19. ຈາກນັ້ນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງບັນດາການນຳວິສາຫະກິດ ເອີລົບ ກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)


top