ຂ່າວສານ

ວິສາຫະກິດ ອິນເດຍ ຕີລາຄາວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດມີຄວາມສາມາດບົ່ມຊ້ອນເພື່ອພັດທະນາຢູ່ ອາຊຽນ

ຫວຽດນາມ ແມ່ນປະເທດທີ່ມີພື້ນຖານເສດຖະກິດພວມພັດທະນາຢ່າງວ່ອງໄວ ດ້ວຍກຳລັງແຮງງານມີລະດັບຄວາມຮູ້, ເຂົ້າໃຈເຕັກໂນໂລຊີ ແລະ ມີຄ່າແຮງງານທີ່ແກ່ງແຍ້ງ
  (ພາບປະກອບ: Vietnam+)  

 ບັນດາວິສາຫະກິດຂອງ ອິນເດຍ ໄດ້ເລືອກເອົາ ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ ແລະ ສິງກະໂປ ເພື່ອເປີດກວ້າງການລົງທຶນ ຍ້ອນນີ້ແມ່ນບັນດາຕະຫຼາດນຳມາເຊິ່ງຄວາມສາມາດບົ່ມຊ້ອນພັດທະນາຫຼາຍຢ່າງທີ່ສຸດ ແລະ ຄາດວ່າ ລາຍຮັບຂອງບັນດາວິສາຫະກິດນີ້ຢູ່ພາກພື້ນ ອາຊຽນ ຈະເຕີບໂຕໃນຮອບເວລາ 12 ເດືອນ ຈະມາເຖິງ. ນີ້ແມ່ນໝາກຜົນການສຳຫຼວດຫຼ້າສຸດໂດຍທະນາຄານ Standard Chartered ປະຕິບັດ. ການສຳຫຼວດຊີ້ແຈ້ງວ່າ, ມີວິສາຫະກິດຂອງ ອິນເດຍ 49% ໃຫ້ຮູ້ວ່າ ເຂົາເຈົ້າພວມສຸມໃສ່ເປີດກວ້າງການເຄື່ອນໄຫວຢູ່ ຫວຽດນາມ.

ຕາມທ່ານນາງ Michele Wee, ຜູ້ອຳນວຍການໃຫຍ່ທະນາຄານ Standard Chartered ປະຈຳ ຫວຽດນາມ ແລ້ວ, ຫວຽດນາມ ແມ່ນປະເທດທີ່ມີພື້ນຖານເສດຖະກິດພວມພັດທະນາຢ່າງວ່ອງໄວ ດ້ວຍກຳລັງແຮງງານມີລະດັບຄວາມຮູ້, ເຂົ້າໃຈເຕັກໂນໂລຊີ ແລະ ມີຄ່າແຮງງານທີ່ແກ່ງແຍ້ງ, ເປັນປະເທດເຂົ້າຮ່ວມສັນຍາການຄ້າເສລີຫຼາຍສະບັບ ແລະ ມີທີ່ຕັ້ງດ້ານພູມສາດສະດວກທີ່ສຸດ, ເປັນຕ່ອງໂສ້ສຳຄັນໃນລະບົບສະໜອງທົ່ວໂລກ. ທ່ານນາງ Michele Wee ເຊື່ອໝັ້ນວ່າ, ຫວຽດນາມ ຈະສືບຕໍ່ນຳມາເຊິ່ງກາລະໂອກາດດຳເນີນທຸລະກິດ ແລະ ລົງທຶນທີ່ດູດດື່ມໃຫ້ແກ່ບັນດານັກລົງທຶນ ແລະ ວິສາຫະກິດຕ່າງປະເທດ.



top