ຂ່າວສານ

ວິສາຫະກິດ ອາເມລິກາ ປາດຖະໜາຢາກເພີ່ມທະວີບັນດາການເຄື່ອນໄຫວດຳເນີນທຸລະກິດ, ການລົງທຶນຢູ່ ຫວຽດນາມ

      ທ່ານຮອງນາຍົກລັດຖະມົນຕີຖືວ່າ: ຫວຽດນາມ, ອາເມລິກາ ແລະ ບັນດາປະເທດໃນພາກພື້ນລ້ວນແຕ່ແບ່ງປັນຜົນປະໂຫຍດຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຢູ່ພາກພື້ນ

ທ່ານ ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ແລະ ການນຳວິສາຫະກິດ ອາເມລິກາ
      ໃນລະຫວ່າງວັນທີ 26 – 27 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມບັນດາການໂອ້ລົມສົນທະນາກັບບັນດາວິສາຫະກິດ ອາເມລິກາ ໂດຍສະຖາບັນວິສາຫະກິດ ອາເມລິກາ ແລະ ສະຖາບັນ ອາເມລິກາ - ອາຊີ ຈັດຕັ້ງ. ກ່າວຄຳເຫັນທີ່ສະຖາບັນວິສາຫະກິດ ອາເມລິກາ (AEI), ທ່ານຮອງນາຍົກລັດຖະມົນຕີຖືວ່າ: ຫວຽດນາມ, ອາເມລິກາ ແລະ ບັນດາປະເທດໃນພາກພື້ນລ້ວນແຕ່ແບ່ງປັນຜົນປະໂຫຍດຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຢູ່ພາກພື້ນ, ບ່ອນທີ່ມີຄວາມເສລີ, ມີຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເດີນເຮືອ ແລະ ການບິນໄດ້ຮັບການເຄົາລົບໂດຍອີງໃສ່ກົດໝາຍສາກົນ, ແມ່ນເງື່ອນໄຂສຳຄັນໃນການຮ່ວມມື ແລະ ພັດທະນາຢູ່ພາກພື້ນ. ບັນດານັກຮຽນຮູ້, ນັກຄົ້ນຄ້ວາຂອງສະຖາບັນ ຫວັງວ່າ: ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ຈະສືບຕໍ່ໄດ້ຮັບການປັບປຸງໃນສະພາບການທີ່ໂລກພວມມີການຜັນແປ; ສະແດງຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືເລິກເຊິ່ງ, ກ້ວາງຂວາງກັບເຈົ້າໜ້າທີ່, ນັກຮຽນຮູ້, ນັກຄົ້ນຄ້ວາ ຫວຽດນາມ.
        ຕອນເຊົ້າວັນທີ 27 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ຕ້ອນຮັບຄະນະນຳຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ແລະ ບາງວິສາຫະກິດແຖວໜ້າຂອງ ອາເມລິກາ ປະຈຸບັນພວມດຳເນີນທຸລະກິດຢູ່ ຫວຽດນາມ ຄື: Nike, Coca – Cola, Visa…
 (ແຫຼ່ງຄັດຈາກ VOV)


top